ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ-ຮັບໃບຕາດິນຖາວອນຢ່າງເປັນລະບົບໃຫ້ແກ່ຄອບຄົວທີ່ໄດ້ຮັບສິດນຳໃຊ້ທີ່ດິນຕາມການພິສຸດຫຼັກຖານຂື້ນທະບຽນຢູ່ບ້ານຫາດສາເມືອງຜົ້ງສາລີ.
ໃນຕອນເຊົ້າຂອງວັນທີ່ 20 ເດືອນ ພຶດສະພາ ປີ 2025 ນີ້ຢູ່ທີຫ້ອງການບ້ານ ຫາດສາ ເມືອງຜົ້ງສາລີ ໄດ້ຈັດໃຫ້ມີພິທີມອບ-ຮັບໃບຕາດິນຖາວອນຢ່າງເປັນລະບົບໃຫ້ແກ່ຄອບຄົວທີ່ໄດ້ຮັບສິດນຳໃຊ້ທີ່ດິນຕາມການພິສຸດຫຼັກຖານຂື້ນທະບຽນຢ່າງເປັນທາງການ.ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສຸຍະລັດ ຮອງເລຂາພັກເມືອງ ມີທ່ານ ບູນສົມ ພົມມະລາ ກຳມະການພັກເມືອງ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະສິງແວດລ້ວມເມືອງຜົ້ງສາລີ ມີ ທ່ານຄຳວອນ ເລຂາພັກນາຍບ້ານໆຫາດສາ ມີເລຂາຄະນະພັກຮາກຖານກຸ່ມຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານຫາດສາເຂົ້າຮ່ວມ.ໃນພິທີຄະນະຈັດຕັ້ງກ່າວຈຸດປະສົງແລ້ວ ທ່ານ ນາງ ບົວຈັນ ແພງສາ ຮອງຫົວໜ້າໝ່ວຍງານວິຊາການ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີງແວດລ້ວມເມືອງຜົ້ງສາລີ ໄດ້ຂື້ນຜ່ານບົດສະຫຼູບໃນການຈັດຕັ້ງປະຕິບັດຂອງທີມງານພິສຸດຫຼັກຖານຂື້ນທະບຽນອອກໃບຕາດິນຖາວອນຢູ່ບ້ານຫາດສາແມ່ນເປັນບ້ານໜື່ງທີ່ຂື້ນກັບ;ກຸ່ມຫາດສາເຊິງຫ່າງຈາກເທດສະບານເມືອງຜົ້ງສາລີປະມານ 20ກີໂລແມັດກ່ວາ ທິດເໜືອຕິດກັບບ້ານ ຈ່າຄຳປາ ແລະ ບ້ານໂຮມສ້າງ ທິດໃຕ້ຕິດກັບບ້ານ ວັງໄຊ ທິດຕາເວັນອອກຕິດກັບບ້ານ ນໍ້າສາ ທິດຕາເວັນຕົກຕິດກັບບ້ານ ປາງຊໍ້ ແລະ ບ້ານ ຂຸນສຸກຫຼວງ,ສ່ວນຫຼາຍແມ່ນພໍ່ແມ່ປະຊາຊົນ ບ້ານຫາດສາ ມີພື້ນຖານທີ່ຕັ້ງເໜາະສົມ ມີສີ່ງປຸກສ້າງແບບເຄິ່ງຖາວອນ ແລະ ມີອາຊິບຖາວອນເປັນຕົ້ນ ແມ່ນປຸກຢ່າງພາລາເປັນອາຊິບຕົ້ນຕໍຂອງແຕ່ລະຄອບຄົວ ການພິສຸດຫຼັກຖານອອກໃບຕາດິນແມ່ນໄດ້ເລີມຈັດຕັ້ງປະຕີບັດແຕ່ ວັນທີ 11-15 ມີນາ ປີ 2024 ຈື່ງໄດ້ປີດການພິສຸດຫຼັກຖານຂືນທະບຽນອອກໃບຕາດິນຖາວອນຢູ່ພາກສະໝາມເບື່ອງຕົ້ນແມ່ນມີຈຳນວນ 81 ຕອນຈະໃຊ້ເວລາໃນການສຳຫຼວດວັດແທນແມ່ນ 8 ຕອນຕໍ່ວັນລົງສະໝາມແມ່ນ 10 ວັນຜ່ານການຈັດຕັ້ງປະຕິບັດຕົວຈີ່ງຢູ່ພາກສະໝາມຂອງທິມງານແມ່ນສາມາດຈັດຕັ້ງປະຕິບັດ 5 ວັນ ແລະ ສາມາດພິສຸດຫຼັກຖານຂື້ນທະບຽນອອກໃບຕາດິນໄດ້ຕົວຈີ່ງແມ່ນ 98 ຕອນ ເກີນແຜນ 12 ຕອນ.ຈາກນັ້ນທ່ານ ຄຳພັນ ສຸຍະລັດ ຮອງເລຂາພັກເມືອງ ກໍ່ໄດ້ຂື້ນກ່າວມອບໃບຕາດິນໃຫ້ແຕ່ລະຄອບຄົວຢ່າງເປັນທາງການ ພ້ອມທັງເນັ້ນໃຫ້ພໍ່ແມ່ນປະຊາຊົນບ້ານຫາດສາວ່າມອບໃບຕາດິນຖາວອນໃນຄັ້ງນີ້ກໍ່ເພື່ອເປັນການປະກອບສ່ວນໃນການລົບລ້າງຄວາມທຸກຍາກຂອງປະຊາຊົນໄດ້ຮັບສິດນຳໃຊ້ທີ່ດິນປຸກສ້າງ ແລະ ທີ່ດິນກະສີກຳຢ່າງຖາວອນເປັນຂອງຕົນເອງທີໄດ້ຮັບການພັດທະນາ ເພື່ອນຳໃຊ້ເຂົ້າໃນບ້ານເປົ້າໝາຍ ແລະ ຕອບສະໜອງກັບແນວທາງນະໂຍບາຍ ການຫັນທີ່ດິນມາເປັນທຶນຜູ້ທີ່ໄດ້ຮັບໃບຕາດິນຖາວອນແລ້ວແມ່ນສາມາດເອົາໃບທີ່ດິນຂອງຕົນໃຫ້ຜູ້ອື່ນເຊົ່າ ເອົາໄປເປັນຮຸ້ນ ເປັນຫຼັກຊັບຄໍ້າປະກັນການກູ້ຢື້ມ ການຂາຍ ການມອບ ໂອນ ການແລກປ່ຽນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.