ໜ່ວຍພັກທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ, ສຳເລັດກອງປະຊຸມໃຫຍ່ຄັ້ງທີ II
21 May 2025 | ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ |
ຕອນເຊົ້າຂອງວັນທີ 21 ພຶດສະພາ 2025ນະທີຫ້ອງປະຊຸມ ທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ, ຈັດກອງປະຊຸມຂອງໜ່ວຍພັກທະນາຄານນະໂຍບາຍສາຂາແຂວງ
ຜົ້ງສາລີ, ໂດຍເປັນປະທານ ສະຫາຍ. ສີຟອງ ແກ້ວກົງຕາ ຮອງເລຂາຄະນະພັກຮາກຖານເລຂາໜ່ວຍພັກທະນາຄານນະໂຍບາຍ ຫົວໜ້າ ທະນາຄານນະໂຍບາຍສາຂາແຂວງ ຜົ້ງສາລີ,ໂດຍການເປັນກ່ຽດເຂົ້າຮ່ວມ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ,ມີຜູ້ຕາງໜ້າໜ່ວຍພັກອ້ອມຂ້າງແຂວງ, 3ອົງການຈັດຕັ້ງ ພັກ ແລະ ອົງການມະຫາຊົນຕະຫຼອດຮອດສະມາຊີກພັກສົມບູນພາຍໃນທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ,ເຂົ້າຮ່ວມ.
ກອງປະຊຸມ ສະຫາຍ. ສີຟອງ ແກ້ວກົງຕາ ຮອງເລຂາຄະນະພັກຮາກຖານເລຂາໜ່ວຍພັກທະນະຄານນະໂຍບາຍ ຫົວໜ້າ ທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ,ໄດ້ຜ່ານຮ່າງບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ 2020-2024 ແລະ ກຳນົດທິດທາງແຜນການ 5 ປີຕໍ່ໜ້າ 2025-2029 ໜ່ວຍພັກ ທະນາຄານນະໂຍບາຍສາຂາ ຜົ້ງສາລີ, ໄດ້ຖືເອົາການເມືອງແນວຄີດ ດ້ານວຽກງານວິຊາສະເພາະ ແລະ ກົງຈັກການຈັດຕັ້ງແມ່ນຂື້ນກັບທະນາຄານນະໂຍບາຍ ສຳນັກງານໃຫ່ຍ, ໜ່ວຍພັກມີພາລະບົດ
ບາດຊີ້ນໍາວຽກງານ 3 ອົງການຈັດ ຕັ້ງມະຫາຊົນທີ່ຂື້ນກັບ ແລະ ຊີ້ນໍາວຽກລັດ 6 ໜ່ວຍບໍລິການ ເມືອງທຸກຍາກ, ຈຸດສຸມລັດຖະບານ-ທ້ອງຖິ່ນ ແລະ ບ້ານ ສາມສ້າງ, ຈຸດປະ
ສົງຕົ້ນຕໍນໍາເອົາແຫຼ່ງທຶນສິນເຊື່ອໃນອັດຕາດອກເບັ້ຍຕໍ່າ, ເພື່ອມາປ່ອຍສິນເຊື່ອໃຫ້ປະຊາຊົນຕາມແຜນ ພັດທະນາເສດຖະກິດ-ສັງຄົມ, ເພື່ອແນ່ໃສ່ປະກອບສ່ວນໃນການສົ່ງເສີມອາຊີບ, ຊຸກຍູ້ຜະລິດເປັນສິນຄ້າເພື່ອສົ່ງອອກ, ສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໝັ້ນຄົງ, ໃຫ້ປະຊາຊົນບັນດາເຜົ່າຢູ່ດີກິນດີນັບມື້ນັບດີຂື້ນເຊີງປະຈຸ
ບັນ ທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ,ມີສະມາຊິກທັງໝົດ: 15 ສະຫາຍ ຍິງ5 ສະຫາຍ ຄະນະໜ່ວຍພັກ 3 ສະຫາຍ, ຄະນະພັກ 1 ສະຫາຍ, ເລຂາ 1 ສະຫາຍ ແລະ ຮອງເລຂາ 1 ສະຫາຍ ຈາກນັ້ນ ສະຫາຍ. ອຳໄພ ອິນແກ້ວມະນີ ຮອງປະທານກວດກາ ຄະນະພັກຮາກຖານ ຮອງເລຂ ໜວ່ຍພັກທະນາຄານນະໂຍບາຍຮອງຫົວໜ້າທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ, ຜ່ານບົດສຳຫຼວດການພາລວມ ແລະ ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດ ແລະ ບົດສຳຫຼວດການນຳພລວມຂອງຄະນະພັກ ຈາກນັ້ນ, ຄະນະພັກຊຸດເກົ່າ ກ່າວລາໜ້າທີ ຈາກນັ້ນອານຸກຳມະການບຸກຄະລາກອນຂັ້ນແຂວງ ຜ່ານມາດຖານເງື່ອນໄຂຜູ້ອອກສະໜັກເລືອກຕັ້ງທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ,ພ້ອມທັງ ຜ່ານມະຕິຕົກລົງບຸກຄະລາກອນທີ່ຈະອອກສະໜັກເລື່ອກຕັ້ງຄະ
ນະໜ່ວຍພັກ ທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ, ຊຸດໃໜ່
ໂອກາດນື້ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຮອງຫົວໜ້າຄະນະບຸກຄະລະກອນ ຂັ້ນແຂວງ, ໄດ້ມີທິດຊີ້ນຳຕໍ່ການເລື່ອກຕັ້ງໜ່ວຍພັກ ຂອງທະນາຄານນະໂຍບາຍສາຂາ ແຂວງ ຜົ້ງສາລີ ພ້ອມທັງດໍາເນີນການ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍເປັນເອກະພາບກັນຄັດເລືອກເອົາສະຫາຍ ສີຟອງ ແກ້ວກົງຕາ ເປັນເລຂາ, ສະຫາຍ .ອຳໄພ ອິນແກ້ວມະນີ ເປັນຮອງເລຂາ,ສະຫາຍ ແກ້ວວຽງຄອນ ໄຊຍະສານ ເປັນ ກຳມະການໜ່ວຍພັກ,ທັງເປັນປະ
ທານກວດກາໜ່ວຍພັກ.
Share: