ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດສໍາລັບພະນັກງານ, ສະມາຊິກພັກ, ເພື່ອດໍາເນີນຊີວິດໃນທົ່ວພັກ.
21 May 2025 | ພາບ-ຂ່າວ: ນາງ ຄໍາມະນີ ຈັນຕະກຸນ ຄະນະໂຄສະນາອົບຮົມເມືອງຂວາ |
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21
ພຶດສະພາ 2025 ຢູ່ທີ່ສະໂມສອນເມືອງຂວາແຂວງຜົ້ງສາລີ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ມີບັນດາສະຫາຍ, ເລຂາໜ່ວຍພັກບ້ານ, ຄະນະໜ່ວຍພັກ, ສະມາຊິກພັກ ອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມຮັບຟັງທັງໝົດ 45 ສະຫາຍ, ຍິງ 18 ສະຫາຍ.
ໃນພິທີສະຫາຍ ອ່ອນສີ ພົນສຸວັນ ຫົວໜ້າໜ່ວຍງານບໍລິຫານຄະນະໂຄສະນາອົບຮົມເມືອງ ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 05/ຄພມ, ລົງວັນທີ 08 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບເຜີຍແຜ່ເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິ ຂອງສູນກາງພັກ, ມະຕິ ຂອງຄະນະພັກ-ອົງການປົກຄອງແຂວງຈາກນັ້ນ ສະຫາຍ ແສງສຸລີ ວົງສະຫັວນ ໄດ້ນໍາສະເໜີເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI,ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ແລະ ສະຫາຍ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງໄດ້ນໍາສະເໜີເອກະ
ສານ ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI, ເອກະສານ ສຶກສາອົບຮົມ ການເມືອງ-ແນວຄິດ ລວມມີ 3ບົດຄື: ບົດທີ1:ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ; ບົດທີ2: ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມ
ບັດສິນທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປະຈຸບັນ;ບົດທີ3: ມາດຕະຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່ ແລະ ເອກະສານ, ມະຕິ 03ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ.
ໃນຕອນທ້າຍກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດສໍາລັບພະນັກ ງານ, ສະມາຊິກພັກ, ເພື່ອດໍາເນີນຊີວິດໃນທົ່ວພັກ, ທ່ານປະທານ ຍັງໄດ້ມີຄໍາເຫັນ ພ້ອມທັງເນັ້ນໜັກໃຫ້ບັນດາ ສະຫາຍທີເຂົ້າຮ່ວມຄັ້ງນີ້ ແລະ ໄດ້ເນັ້ນໜັກວຽກງານແນວຄິດຕໍ່ສະມາຊິກພັກຈົ່ງກໍາແໜ້ນເນື້ອໃນເອກະສານດັ່ງກ່າວ ນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດສິດໜ້າທີຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້.
Share: