ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກ ທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາແຂວງຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

ໜ່ວຍພັກ ທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາແຂວງຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

22 May 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |

ກອງປະຊຸມໃຫຍ່ສະມາຊີກພັກຂອງໜ່ວຍພັກ ທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາແຂວງຜົ້ງສາລີຄັ້ງທີ II ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳບຸກ ດາວຈອມເພັດ ເລຂາໜ່ວຍພັກ ທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະຮັບຜິດຊອບກອງປະຊຸມຂັ້ນແຂວງ, ແຂກຖືກເຊີນ, ຕົວແທນອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊີກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ຄຳບຸກ ດາວຈອມເພັດ ເລຂາໜ່ວຍພັກ ທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາແຂວງຜົ້ງສາລີ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງ ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ດ້ານດີ-ຜົນງານ ທີ່ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີ ຕໍ່ໜ້າ. ໄລຍະຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງຄະນະພັກຂັ້ນເທິງ, ຄະ
ນະໜ່ວຍພັກທະນາຄານສົ່ງເສີມກະສີກຳ ຈຳກັດ ສາຂາຜົ້ງສາລີ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ-ພະນັກງານ ຕະຫຼອດຮອດການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງທະນາຄານ ຕາມທິດທາງນະໂຍບາຍລວມຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ເຮັດໃຫ້ໜ່ວຍພັກມີຄວາມສະຫງົບ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີການເຕີບໃຫຍ່ເຂັ້ມແຂງຢ່າງຮອບດ້ານ ພ້ອມທັງໄດ້ນຳພາເຂົ້າຮ່ວມຮັບຟັງການປະຖະກະຖາ ແລະ ເຊື່ອມຊຶມເອກະສານຕ່າງໆທີ່ສາຍຕັ້ງ ແລະ ສາຍຂວາງຈັດຂື້ນ ຈຳນວນ 119 ຄັ້ງ, ເຂົ້າຮ່ວມ 412 ເທື່ອຄົນ, ຍິງ 215 ຄົນ. ນອກຈາກນີ້ ກໍ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານວີຊາສະເພາະຂອງທະນາຄານ ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນວຽກງານບັນຊີ, ວຽກງານການພັດທະນາດ້ານລະບົບ IT, ວຽກງານການບໍລິການ, ວຽກງານການຕະຫຼາດ, ວຽກງານສິນເຊື່ອ. ວຽກງານການຄຸ້ມຄອງເງິນສົດ ແລະ ການສະໜອງເງິນສົດຕໍ່ສັງຄົມ. ປະຈຸບັນໜ່ວຍພັກມີສະມາຊິກພັກທັງໝົດຈຳນວນ 13 ສະຫາຍ, ຍີງ 08 ສະຫາຍ, ໃນນີ້ມີຄະນະພັກ 03 ສະຫາຍ, ຍິງ 02 ສະຫາຍ. 5 ປີ ຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ກໍ່ສ້າງມະຫາຊົນເຂົ້າສະມາຊີກພັກໄດ້ 8 ສະຫາຍ, ຍິງ 3 ສະຫາຍ; ນັບແຕ່ປີ 2020 ເປັນຕົ້ນມາ ໜ່ວຍພັກໄດ້ຮັບການປະເມີນ ແລະ ຢັ້ງຢືນນາມ
ມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ສະໄໝຕິດຕໍ່ກັນ.
ຈາກນັ້ນ ຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ. ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່, ພ້ອມນີ້, ບັນດາຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 4 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະພາບກັນຄັດເລືອກເອົາສະຫາຍ ຄໍາບຸກ ດາວຈອມເພັດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ລັກສະລີນ ແສງດາລາ ເປັນຮອງເລຂາ, ສະຫາຍ ນາງ ບົວຈັນ ສຸລີນໄຊ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຈັນປີງ ຈຸມມະລີແສງ ເປັນຮອງປະທານກວດກາພັກ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປເຂົ້າຮ່ວມກອງປະຊຸມອົງຄະນະພັກແຂວງຕື່ມອີກ.
ໃນໂອກາດທີ່ ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະໜຶ່ງສະໄໝທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ພ້ອມທັງເຊື່ອມຊຶມມະຕິ, ຄຳສັັ່ງ ກົດລະບຽບຕ່າງໆ ເປັນປົກກະຕິ, ຄະນະພັກຊຸດໃໝ່ຕ້ອງເປັນເຈົ້າການໃນການຊີ້ນຳໆພາ ທຸກວຽກງານຮອບດ້ານ ພ້ອມທັງເຕົ່າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ, ສືບຕໍ່ຈັດຕັ້ງວຽກງານວີຊາສະເພາະຂອງຕົນໃຫ້ສຳເລັດ ແລະ ດີຂຶ້ນເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ