ແຂວງຜົ້ງສາລີສະເຫຼີມສະຫຼອງວັນວິສາຂະບູຊາ ແລະ ກອງບຸນຜ້າປ່າສາມັກຄີ ທີ່ວັດບຸນເຟືອງ
22 May 2025 | ຂ່າວ: ສົມຄິດ |
ກິດຈະກຳສະເຫຼີມສະຫຼອງວັນວິສາຂະບູຊາວັນສຳຄັນສາກົນຂອງໂລກ ແລະ ກອງບຸນຜ້າປ່າສາມັກຄີ ທີ່ວັດບຸນເຟືອງ, ເມືອງບູນເໜືອ, ແຂວງຜົ້ງສາລີ ໄດ້ດຳເນີນຂື້ນໃນລະຫວ່າງວັນທີ 22 – 23 ພຶດສະພາ 2025 ນີ້. ຝ່າຍສົ່ງນຳໂດຍ ພຣະອາຈານ ດວງຈັນ ວົງພາສີ ຄະນະກຳມະການ ອົງການພຸດທະສາສະໜາສຳພັນລາວ, ປະທານອົງການພຸດທະສາສະໜາສຳພັນລາວແຂວງຜົ້ງສາລີ ພ້ອມດ້ວຍພະສົງ-ສາມະເນນ. ຕາງໜ້າການນຳພັກ-ລັດແຂວງຜົ້ງສາລີ ເຂົ້າຮ່ວມມີທ່ານພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມອົງການປົກຄອງ ແຂວງ,ເມືອງ ລະບ້ານເທດສະບານເມືອງບູນເໜືອ,ພຸດທະສາສະນິກະຊົນຊາວແຂວງຜົ້ງສາລີ ຮ່ວມຂະບວນການແຮ່ ແລະ ທໍາບູນນຳ.
ພາຍໃນງານເລີ່ມຕົ້ນແຕ່ເວລາ 15:00 ນາທີ ຂອງ ມື້ແຮມ 11 ຄ່ຳ ເດືອນ 6 ລາວ ພສ 2568 ກົງກັບວັນທີ 22 ພຶດສະພາ ຄສ 2025 ໂດຍການຕັ້ງຂະບວນແຫ່ຮູບເໜືອນ( ວັນປະສູດ, ວັນຕັດສະຮູ້ ແລະ ວັນປະຣິນິບພານ) ຂອງພຣະພຸດທະເຈົ້າ ຢູ່ 3 ແຍກຄີວລົດເກົ່າບຸນເໝື່ອ ແຫ່ເຂົ້າສູ່ວັດບຸນເຟືອງ. ຈາກນັ້ນ, ໄດ້ກ່າວພິທີເປີດງານ, ໄຕ້ທຽນ ບູຊາພຣະຣັດຕະນະໄຕຣ, ໄຫວ້ພຣະຮັບສີນ, ສູດປະຣິຕະມຸງຄຸນ ແລະ ຟັງເທສະໜາມະຫາເຖຣະຄູບາອາຈານ, ໄຫວ້ພຣະສູດມົນປະຕິບັດທັມ ພ້ອມຖວາຍເປັນພຸດທະບູຊາ ແລະ ຮັບຟັງຄວາມເປັນມາຂອງວັນວິສາຂະບູຊາ ເຊີງຄຳວ່າ: “ ວິສາຂະບູຊາ ” ຫຍໍ້ມາຈາກຄຳວ່າ “ ວິສາຂະປຸນນະມີດິຖີບູຊາ ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6, ວັນວິສາຂະບູຊາຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດການອັດສະຈັນ ທີ່ສໍາຄັນກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດ
ສະຈັນທັງ 3 ນັ້ນໄດ້ແກ່: ເຫດການທີ 1 ເປັນວັນທີ່ພຣະພຸດທະເຈົ້າ ປະສູດເມື່ອ ພຣະນາງສິຣິມະຫາມາຍາພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນ ເວລາຈະເກີດລູກຜູ້ຍິງຕ້ອງກັບບ້ານເກີດຂອງຕົນເອງເພື່ອໃຫ້ກໍາເນີດບຸດ ໃນຂະນະທີ່ກໍາລັງເດີນທາງກັບບ້ານພຣະນາງໄດ້ແວ່ພັກຜ່ອນຢູ່ໃຕ້ຮົ່ມຕົ້ນສາລະທີ່ສວນລຸມພິນີວັນ ແລະ ພຣະນາງໄດ້ປະສູດພຣະໂອຣົດໃນທີ່ນັ້ນກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດຖະໜາ; ເຫດການທີ 2 ເປັນວັນທີ່ພຣະພຸດທະ
ເຈົ້າ ຕັດສະຮູ້ ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວ ລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ; ເຫດການທີ 3 ເປັນວັນທີ່ພຣະພຸດທະເຈົ້າປະຣິນິບພານ. ພຣະພຸດທະອົງໄດ້ຕັດສະຮູ້ ແລະ ສະແດງທັມມະເທສະໜາ ເປັນເວ
ລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາ ຢູ່ທີ່ເມືອງກຸສິນາຣາ ພັກທີ່ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ກົງກັບວັນອັງຄານ ຂຶ້ນ 15 ຄຳ ເດືອນ 6 ລາວ ປີມະເສັງ. ພ້ອມນີ້ໃນພິທີຍັງໄດ້ ໄຫວ້ພຣະສູດມົນປະຕິບັດບູຊາ, ຟັງຄວາມຮູ້ພື້ນຖານມາລະຍາດຂອງຊາວພຸດ ແລະ ຊົມສີລະປະວັນນະຄະດີຢ່າງເບີກບານມ່ວນຊື່ນ.
ເຊີງພິທີດັ່ງກ່າວແມ່ນຈະໄດ້ດຳເນີນຮອດຕອນເຊົ້າຂອງວັນທີ 23 ພຶດສະພາ 2025 ຈຶ່ງຈະສຳເລັດ ໂດຍຈະສີນສຸດໃນການຕັກບາດຖວາຍພັດຕາຫານ ແລະ ເຄື່ອງທານ ແກ່ພະສົງສາມະເນນ 45 ອົງ.
Share: