ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມຄະນະທີມງານສະຖາບັນການເມືອງ - ການປົກຄອງແຫ່ງຊາດລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ.

ກອງປະຊຸມຄະນະທີມງານສະຖາບັນການເມືອງ - ການປົກຄອງແຫ່ງຊາດລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ.

21 May 2025 | ຂ່າວໂດຍ: ພອນເພັດ ສີສົມພອນ |

ໃນວັນທີ 21 ພຶດສະພາ 2025 ຄະນະທີມງານສະຖາບັນການເມືອງ - ການປົກຄອງແຫ່ງຊາດລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງ ຜົ້ງສາລີ ນໍາທີມງານໂດຍທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄຳ ຮອງສະຖາບັນການເມືອງ - ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະ ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດທີ່ຄະນະທີມງານສະຖາບັນການເມືອງ - ການປົກຄອງແຫ່ງຊາດລົງເຄື່ອນໄຫວເຮັດວຽກຢູ່ຂັ້ນເມືອງ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ໄດ້ຜ່ານບົດລາຍ
ງານຫຍໍ້ກ່ຽວກັບສະພາບຈຸດພິເສດ, ທ່າແຮງການພັດທະນາເສດຖະກິດ - ສັງຄົມຂອງເມືອງ, ປະຊາຊົນບັນດາເຜົ່າພາຍໃນເມືອງຂວາ, ມີມູນເຊື້ອດຸໝັ່ນຂະຫຍັນພຽນ ມາແຕ່ດຶກດໍາບັນ ໂດຍສະເພາະແມ່ນການປູກ - ການລ້ຽງ ຕິດພັນກັບການຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ຊັບພະຍາກອນປ່າໄມ້, ເຄື່ອງປ່າຂອງດົງ ເປັນຕົ້ນແມ່ນ ການປູກໝາກແໜ່ງ, ໝາກຂ່າ, ຢາງພາລາ, ຊາ, ໝາກສາລີ, ໝາກເດືອຍ, ດອກແຂມ, ຍານຂາວ, ໜໍ່ໄມ້, ເກັບເຄື່ອງປ່າຂອງດົງ ແລະ ການລ້ຽງສັດໃຫຍ່, ສັດນ້ອຍ, ລ້ຽງປານິນ, ເພື່ອສະໜອງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກ. ນອກຈາກນີ້ເມືອງຂວາຍັງມີຄວາມອຸດົມສົມບູນດ້ານແຫຼ່ງຊັບພະ
ຍາກອນທຳມະຊາດ, ມີສາຍນໍ້ານ້ອຍ, ໃຫຍ່ເຊັນ: ນໍ້າອູ, ນໍ້າພາກ, ນໍ້າກ່າຍ, ນໍ້ານ້ອຍ, ນໍ້າບູດ ແລະ ແມ່ນໍ້າສາຍນ້ອຍອື່ນໆ ທີ່ລໍ່ລ້ຽງຊິວິດການເປັນຢູ່ຂອງຊາວເມືອງຂວາ, ມີເຂື່ອນນໍ້າອູ 3 – 4 ມີພະເຈົ້າສໍາລິດອົງສັກສິດ ທີ່ຊາວສະນິກກະຊົນໄດ້ເຊື່ອຖື ແລະ ສັກກະລະບູຊາ ເຊິ່ງເປັນທ່າແຮງຕົ້ນຕໍ່ໃນການສ້າງແຫຼ່ງທ່ອງທ່ຽວ, ມີເສັ້ນທາງ 2E , 1B ຜ່ານເມືອງຂວາທີ່ເປັນເງື່ອນໄຂສະດວກໃນການສົ່ງສິນຄ້າອອກໄປຍັງແຂວງໃກ້ຄຽງ, ສົ່ງໄປຍັງ ສປຈີນ, ສສຫວຽດນາມ, ນອກຈາກມີຂໍ້ສະດວກແລ້ວ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານເປັນຕົ້ນແມ່ນການຜະລິດສ່ວນໃຫຍ່ແມ່ນຜະລິດແບບກະແຈກ, ກະຈາຍ, ເລື່ອນລອຍອີງໃສ່ທຳມະຊາດ, ເປັນເຂດພູດອຍ, ຫ້ວຍເລິກ, ພູສູງ, ດ້ານບຸກຄະລະກອນທີ່ມີຢູ່ຍັງມີຂອດຈໍາກັດດ້ານຄວາມຮູ້, ຄວາມສາມາດ, ການຜະລິດຕາມລະດູການບໍ່ທັນເປັນກຸ່ມ, ການສະໜອງທຶນຮອນເຂົ້າໃນການພັດທະນາຍັງບໍ່ທັນພຽງພໍ, ພື້ນຖານໂຄງລ່າງຍັງບໍ່ສອດຄ່ອງ, ສ່ວນຫຼາຍເສັ້ນທາງທ່ຽວໄດ້ລະດູດຽວ, ລະບົບຊົນລະປະທານຍັງບໍ່ພຽງພໍ, ຍັງມີບາງບ້ານບໍ່ທັນມີລະບົບຕາຂ່າຍ, ແລ້ວຄະນະທີມງານຍັງມີຄຳຖາມເຈາະຈີ້ມບາງບັນຫາ, ເປັນຕົ້ນການພາຍຫຼັງສ້າງເຂື່ອນນໍ້າອູ 4 ມີຜົນດີ, ຜົນເສຍແນວໃດຕໍ່ສິ່ງແວດລ້ອມ, ເສດຖະກິດມີການຂະຫຍາຍຕົວ ຫຼື ດຸ່ນດຽງ, ກິດຈະກໍາທາງດ້ານເສດຖະກິດ ມີຫຍັງແດ່, ການທ່ອງທ່ຽວພາຍໃນເມືອງເພີ່ມຂຶ້ນ ຫຼື ຫຼຸດລົງ, ຂະແໜ່ງການທ່ອງທ່ຽວມີການວາງແຜນສ້າງແຫຼ່ງທ່ຽວເພີ່ມບໍ ແລະ ບັນຫາອື່ນໆ ແລ້ວທາງພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງກໍໄດ້ຕອບຄຳຖາມເຈາະຈີ້ມດັ່ງກ່າວ ຢ່າງກົງໄປກົງມາເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແບບສ້າງສັນເພື່ອໃຫ້ຂໍ້ມູນຄົບຖ້ວນ,
ພາຍຫຼັງສໍາເລັດກອງປະຊຸມຄະນະທີມງານສະຖາບັນການເມືອງ - ການປົກຄອງແຫ່ງຊາດແລະ ຄະນະທິມງານຂັ້ນເມືອງຍັງລົງເຄື່ອນເຮັດວຽກຢູ່ທີບ້ານຫ້ວຍລີກ, ກຸ່ມຫ້ວຍແອນໂດຍການເຊື່ອເຊີນ, ເລຂາພັກ - ນາຍບ້ານແຕ່ລະບ້ານໃນທົ່ວກຸ່ມມາເຕົ້າໂຮມແລ້ວສຳພາດເພື່ອເອົາຂໍ້ມູນ, ດ້ານພື້ນຖານໂຄ່ງລ່າງ, ພາຍຫຼັງການສ້າງເຂື່ອນໄຟຟ້າ, ພ້ອມທັງແຈກແບບຟອມໃຫ້ແຕ່ລະຄົວເຮືອນສະໜອງຂໍ້ມູນ, ເງື່ອນໄຂຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກທາງດ້ານຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ເສດຖະກິດຄອບຄົວມີການຂະຫາຍຕົວ ຫຼື ຫຼຸດລົງ ຍ້ອນສາເຫດໃດ, ພາຍຫຼັງສໍາເລັດການເຕົ້າໂຮມສຳພາດ ແລະ ເກັບກໍາຂໍ້ມູນແລ້ວທາງຄະນະທິມງານຂັ້ນສູນກາງ ແລະ ຂັ້ນເມືອງ ກໍກ່າວສະ
ແດງຄວາມຂອບໃຈມາຍັງອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການຮ່ວມມື, ອໍານວຍຄວາມສະດວກພ້ອມສະທັງໜອງຂໍ້ມູນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ