ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ.
21 May 2025 | ຂ່າວ-ພາບ: ຮ້ອຍຕີ ທອງໄຊ ແສງອຸດົມ. |
ໂດຍອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝ XI ລະບຸໄວ້ໃນໝວດທີ I ມາດຕາ 2 ຂໍ້
ກ ວ່າດ້ວຍລະບຽບການຮັບສະມາຊິກພັກໃໝ່, ໃນຕອນເຊົ້າວັນທີ 21 ພຶດສະພາ 2025 ທີ່ຜ່ານມານີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ, ໜ່ວຍພັກທະຫານຊາຍແດນ ແລະ ໜ່ວຍພັກອົບຮົມ ທີ່ຂຶ້ນກັບຄະນະພັກຮາກ
ຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ໂດຍການເປັນປະທານ ຂອງສະຫາຍ ເລຂາໜ່ວຍພັກແຕ່ລະໜ່ວຍ, ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກສົມບຸນສໍາຮອງເຂົ້່າຮ່ວມ.
ໃນພິທີ ຮອງເລຂາໜ່ວຍພັກ ແຕ່ລະໜ່ວຍ ໄດ້ຂຶ້ນຜ່ານ ມະຕິຕົກລົງສະບັບເລກທີ147, 148, 149, /ຄຈພ.ກບຊກ, ລົງວັນທີ 28 ເມສາ 2025 ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 3 ສະຫາຍ.
ຕອນທ້າຍຂອງພິທີໄດ້ຮັບການໂອ້ລົມຈາກປະທານ ກ່ອນອື່ນສະຫາຍເລຂາໜ່ວຍພັກໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ, ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກໃໝ່ຈົ່ງເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນທີ່ຂັ້ນເທິງໄດ້ມອບໝາຍໃຫ້, ເປັນແບບຢ່າງທີ່ດີໃນທຸກຂະບວນການວຽກງານໃຫ້ແກ່ມະຫາຊົນ, ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປເທື່ອລະກ້າວ, ເພື່ອເຮັດໃຫ້ໜ່ວຍພັກກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນໄປເລື້ອຍໆ.
Share: