ກອງຮ້ອຍ 409 ປິດຊຸດອົບຮົມຫັດແອບ ແລະ ປະຕິບັດຍິງລູກປືນແທ້ ໄຕມາດ1 ປະຈໍາປີ 2025.
22 May 2025 | ຂ່າວ-ພາບ: ທອງສຸກ ຈັນຖະໜອມ |
ວັນທີ 22 ພຶດສະພາ 2025 ນີ້, ກອງຮ້ອຍ 409 ໄດ້ປິດຊຸດອົບຮົມຫັດແອບການທະຫານ, ການເມືອງ,
ພະລາທິການເຕັກນິກ ແລະ ວິຊາສະເພາະພ້ອມທັງປະຕິບັດຍິງລູກ
ປືນແທ້ ໄຕມາດ1 ປະຈໍາປີ 2025, ປະຕິບັດຍິງລູກປືນແທ້ຢູ່ທີ່ສະໜາມຫັດແອບຂອງກົມກອງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ທອງສາ ໄກຍະສິດ ຫົວໜ້າພະ
ແນກສືບຂ່າວ ຫ້ອງເສນາທິການ, ສະຫາຍ ພັນໂທ ພຸດສາລີ ພັນລະປອນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ
ພັນຕີ ຄໍາອຸດ ພົງປະສິດ ຫົວໜ້າການການທະຫານກອງຮ້ອຍ 409, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ການປະຕິບັດຍິງລູກປືນແທ້ໃນຄັ້ງນີ້, ເປັນການຫັດແອບໃຫ້ນາຍ ແລະ ພົນທະຫານມີຄວາມຮູ້ພື້ນຖານທາງດ້ານທິດສະດີ, ຫຼັກການ, ການປະຕິບັດຕົວຈິງໃນໜ້າສະໜາມໃຫ້ມີຄວາມຄ່ອງແຄ້ວ ແລະ ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ; ການອົບຮົມຫັດແອບ 90 ວັນຜ່ານມາສາມາດສະຫຼຸບໄດ້ດັ່ງນີ້: ພາກການເມືອງບັນລຸ 99,99 %, ມີນັກຮຽນເກັ່ງ 36 ສະຫາຍ, ກາງ 25 ສະຫາຍ, ພາກວິຊາລວມ 99,99 %, ຮຽນເກັ່ງ 33 ສະຫາຍ, ກາງ 24 ສະຫາຍ, ພາກສິນລະປະຍຸດ 99,99 %, ຮຽນເກັ່ງ 39ສະຫາຍ,
ກາງ 23 ສະຫາຍ, ພາກພະລາທິການ-ເຕັກນິກ 99,98 %, ຮຽນເກັ່ງ 34 ສະຫາຍ, ກາງ 26 ສະຫາຍ, ການປະຕິບັດຍິງລູກປືນແທ້ແມ່ນບັນລຸຕາມຄາດໝາຍທີ່ວາງໄວ ແລະ ມີຄວາມປອດໄພ 100 %.
ໃນພິທີດັ່ງກ່າວ ສະຫາຍ ພັນໂທ ທອງສາ ໄກຍະສິດ ໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທີ່ໄດ້ອົບຮົມຫັດແອບສໍາເລັດຕາມຄາດໝາຍໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມສະຫງົບປອດໄພ 100 %, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ເຂົ້າໃນໜ້າທີ່ວິຊາສະເພາະຕົວຈິງໃຫ້ໄດ້ທັງປະສິດທິພາບ ແລະ ປະສິດທິຜົນ, ມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ດີ, ຕ້ານສະກັດກັ້ນປະກົດການຫຍໍ້ທີຈະເກີດຂຶ້ນໃນຖັນແຖວພະນັກງານ-ນັກຮົບ, ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດເປັນກ້າວໆ, ເພື່ອເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
Share: