ໜ້າຫຼັກ / ການເຄື່ອນໄຫວ / ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຫ້ອງວ່າການເມືອງ ຍອດອູ.

ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຫ້ອງວ່າການເມືອງ ຍອດອູ.

23 May 2025 | ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ. |

ໜ່ວຍພັກຫ້ອງວ່າການເມືອງ ຍອດອູ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ໃນຕອນບ່າຍຂອງວັນທີ 23 ພືດສະພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກຫ້ອງວ່າການ ມີບັນດາສະຫາຍ ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ຄຳແກ້ວ ທຳມະວົງ ຊຶ່ງ ສະຫາຍ ແມ່ນໄດ້ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບ ແລະ ຜ່ານການຝຶກຝົນຫລໍ່ຫລອມ, ຕິດຕາມຈາກຄະນະພັກ ຊຶ່ງຜູ້ກ່ຽວມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດຫຼາຍດ້ານທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ ສະຫາຍ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກ ໄດ້ຂຶ້ນມອບມະຕິຕົກລົງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຢ່າງເປັນທາງການ.
ມາໃນຕອນທ້າຍຂອງພິທີ ສະຫາຍ ສະຫາຍ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງເລຂາໜ່ວຍພັກຫ້ອງວ່າການໄດ້ມີຄຳເຫັນຕໍ່ໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ຮຽກຮ້ອງມາຍັງບັນດາສະມາຊິກພັກພາຍໃນໜ່ວຍ ໂດຍສະເພາະກໍ່ຄືຜູ້ທີ່ເຂົ້າເປັນສະມາຊິກພັກສຳຮອງໃໝ່ໃນຄັ້ງນີ້ ຈົ່ງເອົາໃຈໃສເຊື່ອມຊືມ, ມີສະຕິເຄົາລົບກົດລະບຽບຂອງພັກໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ຝືກຝົນລໍ່ຫຼອມຕົນເອງໃນທຸກດ້ານ ທັງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ໄປພ້ອມກັບການຍົກລະດັບຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ທັງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ປັບປຸງກໍ່ສ້າງຕົນເອງໃຫ້ກາຍເປັນສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຕໍ່ໜ້າ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ