ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ຫົວໜ້າພະແນກສາທາລະນະສຸກແຂວງລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ຫ້ອງການສາທາລະນະສຸກເມືອງຜົ້ງສາລີ.
ໃນຕອນເຊົ້າຂອງວັນທີ່ 23 ເດືອນພຶດສະພາປີ 2025 ນີ້ ທ່ານ ໄຊນຸພາບ ສຸຈັນ ຫົວໜ້າພະແນກສາທາລະນະສຸກແຂວງລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກ
ງານຢູ່ຫ້ອງການສາທາລະນະສຸກເມືອງຜົ້ງສາລີ.ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໄຊທະວິ ອິນຕະພົມ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງຜົ້ງສາລີ ພ້ອມດ້ວຍຄະນະຫ້ອງການ ແລະ ອຳນອຍການໂຮງໝໍຊົມຊົນເມືອງຜົ້ງສາລີຕະຫຼອດຮອດພະນັກງານລັດຖະກອນຢ່າງອົບອຸ່ນ ໃນໂອກາດທີ່ທ່ານເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ຫ້ອງການສາທາລະນະສຸກເມືອງຜົ້ງສາລີໃນຄັ້ງນີ້ທ່ານໄດ້ຮັບຟັງການສະຫຼູບຕິລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການສາທາລະນະສຸກ ແລະ ວຽກງານໂຮງໝໍຊົມຊົນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງການສາທາລະນະສຸກເມືອງຜົ້ງສາລີ ຈາກທ່ານ ໄຊທະວິ ອິນຕະພົມ ຫົວໜ້າຫ້ອງການສາທາລະນະສຸກເມືອງຜົ້ງສາລີ. ຈາກນັ້ນບັນດາຂະແໜງການທີ່ມາຈາກພະແນກສາທາລະນະສຸກແຂວງ ກໍ່ໄດ້ພັດປ່ຽນກັນຂື້ນມີຄຳເຫັນແລກປ່ຽນໂດຍສະເພາແມ່ນວຽກງານຈັດຕັ້ງ-ກວດກາ ແລະ ວຽກງານບໍລີຫານ ເພື່ອເຮັດໃຫ້ພະນັກງານທີມີຄວາມຮູ້ຄວາມສາມາດໃຫ້ວາງຢູ່ໃນຕຳແນງງານເຮັດໃຫ້ວຽກດັ່ງກ່າວມີຄວາມກ່າວໜ້າ ແລະ ມີຜົນສຳເລັດ .ຈາກນັ້ນ ທ່ານ ໄຊນຸພາບ ສຸຈັນ ຫົວໜ້າພະແນກສາທາລະນະສຸກແຂວງ ມີຄຳເຫັນແລກປ່ຽນ ແລະ ໂອ້ລົມຕໍ່ພະນັກງານຫຼັກແຫຼງ ພະນັກງານລັດຖະກອນ ຂອງຫ້ອງການສາທາລະນະສຸກ ແລະ ໂຮງໝໍຊົມຊົນ ເມືອງຜົ້ງສາລີ ເຊິງກ່ອນອື່ນ ທ່ານກໍ່ໄດ້ ກ່າວສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ຜົນງານ ແລະ ໄຊຊະນະທີທາງຫ້ອງການສາທາລະນະສຸກເມືອງຜົ້ງສາລີ ແລະ ໂຮງໝໍຊົມຊົນເມືອງຜົ້ງສາລີຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຕື່ມຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ສຶບຕໍ່ເອົາໃຈໃສ່ວຽກງານຈັດຕັ້ງ-ກວດກາການວາງຊັບຊ້ອນພະນັກງານທີມີຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບຕຳແໜງງານ ແລະ ສຶບຕໍ່ເພີມທະວິຄວາມມາຄິພາຍໃນຫ້ອງການສາທາລະນະສຸກເມືອງ ໂຮງໝໍຊົມຊົນເມືອງຜົ້ງສາລີ ກັບ ພະແນກສາທາລະນະສຸກແຂວງໃຫ້ມີຄວາມເປັນເອກະພາບ.