ໜ້າຫຼັກ / ການເຄື່ອນໄຫວ / ແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ.

ແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ.

23 May 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |

ພິທີປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2025) ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ແລະ ( 25 ມີນາ 1955 – 25ມີນາ
2025 ) ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ທອງສີ ເສົາສຸລິພົມ ຮອງເລ
ຂາພັກແຂວງ, ຫົວໜ້າຄະນະສະມາຊີກສະພາແຫ່ງຊາດປະຈຳແຂວງຜົ້ງສາລີ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍການນຳພັກ-ລັດ ອ້ອມຂ້າງແຂວງ, ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນພອນ ວິລະກຽດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຄະນະເລຂາທິການສູນກາງພັກ ເລກທີ 407/ຄລສພ ລົງວັນທີ 14 ມີນາ 2025 ໂດຍຕົກລົງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955 - 22/3/2025) ໃຫ້ສະມາຊິກພັກແຂວງຜົ້ງສາລີ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນ 608 ສະຫາຍ ໃນນີ້ສະມາຊິກພັກບຳນານ 570 ສະຫາຍ, ຍິງ 76 ສະຫາຍ; ສະມາຊິກພັກປະຈຳການ 38 ສະຫາຍ, ຍິງ 5 ສະຫາຍ. ພ້ອມທັງຜ່ານຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ຂະແໜງຈັດຕັ້ງ ແຂວງຜົ້ງສາລີ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດ
ຕັ້ງ, ກໍ່ສ້າງພັກ-ພະນັກງານ ຈຳນວນ 80 ສະຫາຍ, ຍິງ 41 ສະຫາຍ.
ໃຫ້ກຽດ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ແລະ ມອບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ ໂດຍແມ່ນ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຫົວໜ້າຄະນະສະມາຊີກສະພາແຫ່ງຊາດປະຈຳແຂວງຜົ້ງສາລີ, ປະທານສະພາປະຊາຊົນແຂວງ, ແລະ ຂຶ້ນຮັບໂດຍພະນັກງານ-ລັດຖະກອນ ຂະ
ແໜງຈັດຕັ້ງ ທົ່ວແຂວງຜົ້ງສາລີ ແລະ ຕາງໜ້າການນຳເມືອງ ຂຶ້ນຮັບໂດຍແມ່ນຮອງເລຂາພັກເມືອງ 7 ເມືອງທົ່ວແຂວງຕາມລຳດັບ.
ໂອກາດນີ້ ສະຫາຍ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນເນັ້ນໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມ ຈົ່ງສືບຕໍ່ປັບປຸງລະບົບການເມືອງ ປະຊາທິປະໄຕ ປະ
ຊາຊົນ ຢູ່ພາຍໃນແຂວງ ທີ່ພັກເປັນແກນນໍາໃຫ້ມີຄວາມເຂັ້ມແຂງ, ໄປຄຽງຄູ່ກັບການເສີ່ມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແຂງແຮງ, ສູ້ຊົນປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນ່ໃສ່ເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຄະນະພັກແຕ່ລະຂັ້ນຕ້ອງນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຜົນສໍາເລັດ, ເພີ່ມທະວີການພົວພັນຮ່ວມມືກັບສາກົນ, ກັບ 2 ປະເທດເພື່ອນມິດຍຸດທະສາດ ຂອງແຂວງ ເຊັ່ນ: ສສ ຫວຽດນາມ, ສປປ ຈີນ ໂດຍຕິດພັນກັບການດຶງດູດການລົງທຶນ ຂອງພາກເອກະຊົນຕ່າງປະເທດ ເພື່ອຍາດແຍ່ງທາງດ້ານທຶນຮອນ: ເຕັກນິກ ແລະ ດ້ານການຕະຫຼາດ ເພື່ອປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ດ້ວຍນະໂຍບາຍສົ່ງເສີມການລົງທຶນທີ່ສົມເຫດສົມຜົນ, ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ແລະ ວິຊາການເຕັກນິກໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮີບຮ້ອນປັບປຸງເນື້ອໃນຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ລົງຈັດຕັ້ງຜັນຂະຫຍາຍໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ພ້ອມທັງນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດເຂົ້າສູ່ລ່ວງເລິກ ໂດຍເນັ້ນໃສ່ນໍາພາເຮັດຕົວຈິງ ເຮັດໃຫ້ການກໍານົດແນວທາງພັດທະນາແຕ່ລະດ້ານ ໃຫ້ໄດ້ຮັບຜົນສໍາເລັດເປັນໜ້າເພິ່ງພໍໃຈ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເຫັນໄດ້ມີການຫັນປ່ຽນທີ່ຕັ້ງໜ້າ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ