ໜ້າຫຼັກ / ການເຄື່ອນໄຫວ / ພິທີ ສະຫຼຸບປິດ ການຈັດຕັ້ງປະຕິບັດວຽກງານ ໂຄງການປູກອ້ອຍ ຂອງບ້ານຫ້ວຍລໍເມືອງບຸນເໜືອ ແຂວງຜົ້ງສາລີ

ພິທີ ສະຫຼຸບປິດ ການຈັດຕັ້ງປະຕິບັດວຽກງານ ໂຄງການປູກອ້ອຍ ຂອງບ້ານຫ້ວຍລໍເມືອງບຸນເໜືອ ແຂວງຜົ້ງສາລີ

22 May 2025 | ພາບ-ຂ່າວ ນາງ ຈັນສະໝອນ ຖວທ ເມືອງບຸນເໜືອ |

ຕອນເຊົ້າວັນທີ 22 ພຶດສະພາ 2025 ນີ້. ຢູ່ສະໂມສອນບ້ານຫ້ວຍລໍ. ໄດ້ຈັດພິທີ ສະຫຼຸບປິດ ການຈັດຕັ້ງປະຕິບັດວຽກງານ ໂຄງການປູກອ້ອຍ ຂອງບ້ານທີ່ໄດ້ຮັບຜົນຜະລິດອ້ອຍສູງສຸດ ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ບຸນເໜືອ,ມີທ່ານ ນ. ເຕົາຢາຊິງ ອຳນວຍການບໍລິສັດ ວັດຖຸດີບໂຮງງານນໍ້າຕານຈົ່ງຢູນເມືອງ ຫລ້າ ແຫ່ງ ສປ ຈີນ, ພ້ອມດ້ວຍຄະນະທີມງານບໍລິສັດ,ມີບັນດາຄະນະຄຸ້ມຄອງໂຄງການອ້ອຍຂັ້ນເມືອງ,ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານຫ້ວຍລໍ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທອງໄຊ ເລຂານາຍບ້ານໄດ້ລາຍງານໃຫ້ຮູ້ວ່າ: ບ້ານ ຫ້ວຍລໍ ເປັນບ້ານໜຶ່ງທີ່ ຍ້າຍມາແຕ່ບ້ານ ແຂມກໍ່ ໃນປີ 2000-2001 ມາຕັ້ງບ້ານ ໄດ້ເປັນເວລາ 25 ປີ ໃນນີ້ ຢູ່ບ້ານເກົ່າ 16 ປີ ແລະ ຍ້າຍມາຢູ່ບ້ານປະຈຸບັນໄດ້ 9 ປີ ແຕ່ປີ 2016-2025 ເປັນບ້ານໜຶ່ງທີ່ຂື້ນກັບ ກຸ່ມບ້ານ ພຽງໄຊ ພາຍໃຕ້ການຊີ້ນໍາຂອງຄະນະພັກຮາກ ຖານກຸ່ມ ແລະ ຄະນະພັກຮັບຜິດຊອບບ້ານ, ປະ ກອບມີເລຂານາຍບ້ານ 1 ທ່ານ, ມີພົນລະເມືອງທັງໝົດ 532 ຄົນ; ຍິງ 255 ຄົນ; ມີ 84 ຫຼັງຄາ, 123 ຄອບຄົວ ແລະ ເປັນເຜົ່າອາຄາ ກວມ 100%.ບ້ານ ຫ້ວຍລໍ ເໝາະສົມແກ່ການຜະລິດກະສິກຳ ເປັນຕົ້ນແມ່ນການປູກອ້ອຍ, ໝາກເດືອຍ, ຊາ, ໄມ້ໃຫ້ໝາກ ແລະ ພືດຜັກຕ່າງໆເລີ່ມປູກອ້ອຍແຕ່ປີ 1997 ໃນເມື່ອກ່ອນປູກແບບ ປະຖົມປະຖານໂດຍໃຊ້ແຮງງານຄົນຂຸດຮ່ອງປູກອ້ອຍ ມາຮອດປະຈຸບັນປູກອ້ອຍໄດ້ 27 ປີ, ມີຄອບຄົວປູກອ້ອຍທັງໝົດ 76 ຄອບຄົວ, ມີຜົນຜະລິດສົ່ງອ້ອຍເຂົ້າໂຮງງານໄດ້ 10.237,41 ໂຕນ, ມີເນື້ອທີ່ປູກໃໝ່ 45,4 ເຮັກຕາ, ການປູກອ້ອຍນໍາໃຊ້ກົນຈັກຂຸດຮ່ອງອ້ອຍ, ນໍາໃຊ້ເຕັກນິກໃໝ່ດ້ວຍການ ປົກແຜ່ນຢາງໃນພື້ນທີ່ ປູກອ້ອຍ, ນໍາໃຊ້ປຸ໋ຍເຮັດໃຫ້ຜົນຜະລິດອ້ອຍເພີ້ມຂື້ນສູງປະຊາຊົນມີລາຍຮັບຈາກການປູກອ້ອຍໄດ້ທັງໝົດ 2.200.000 ຢວນ ເປັນເງິນກີບ 6.380.000.000 ກີບໃນອັດຕາແລກປ່ຽນ 2.900 ກີບ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນບ້ານໄດ້ເປັນສ່ວນຫຼາຍ, ມີຄອບຄົວພົ້ນທຸກ 79 ຄອບຄົວ, ກວມ 94%. ເຮັດໃຫ້ຫລາຍຄອບ ຄົວຫລຸດພົ້ນຈາກຄວາມ ທຸກຍາກ, ມີລາຍຮັບ, ພັດທະນາເຮືອນຊານບ້ານຊ່ອງ, ມີພາຫະນະຮັບໃຊ້ຄອບຄົວ ແລະ ເຮັດການບໍລິການ, ມີເງິນແຮ່ໄວ້ປິ່ນປົວໃນເວລາເຈັບເປັນ ແລະ ອື່ນໆ.
ຕອນທ້າຍທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ບຸນເໜືອໄດ້ໂອ້ລົມຕໍ່ພິທີ ແລະ ຮຽກຮ້ອງມາຍັງ, ອົງການປົກຄອງບ້ານ ນໍາພາ ປະຊາຊົນໃຫ້ເອົາໃຈໃສ່ໃນການປູກໃຫ້ຖຶກ ເຕັກນິກດ້ວຍການກະກຽມແນວພັນ ຝຸ່ນ ແຜນຢາງ, ເອົາໃຈໃສ່ໃນການບົວລະບັດຮັກສາ ດ້ວຍການໃສ່ຝຸ່ນ, ສິດຢາ, ປອກກາບອ້ອຍ ແລະ ເມື່່ອໄດ້ຮັບເງິນຄ່າອ້ອຍແລ້ວໃຫ້ນໍາໄປໃຊ້ ຈ່າຍແບບປະຍັດ ມີຜົນປະໂຫຍດຕໍ່ຄອບຄົວ ແລະ ມີເງີນແຮໄວ້ໃນບັນຊີທະນາຄານ. ຕໍ່ກັບບໍລິສັດ:ສືບຕໍ່ເອົາໃຈໃສ່ພັດທະນາການລົງທຶນຂອງບໍລິສັດໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ຍົກສະມັດຕະພາບຜົນຜະລິດອ້ອຍໃຫ້ສູງຂຶ້ນ ດ້ວຍການຍົກສູງຄຸນນະພາບດ້ານເຕັກນິກ ການປູກຝັງໃຫ້ນໍາໃຊ້ແບບວິທະຍາສາດ, ໃຫ້ມີການຊ່ວຍແນະນໍາວິທີປັບປຸງດີນ ເພື່ອໃຫ້ດິນບໍ່ຊຸດໂຊມ, ໃຫ້ມີການວາງນະໂຍບາຍການສົ່ງເສີມທີ່ເໝາະສົມ, ມີການປະຕິບັດພັນທະຕ່າງໆຢ່າງຄົບຖ້ວນຕາມສັນຍາ ແລະ ໃຫ້ມີການລາຍງານສະພາບການຈັດຕັ້ງປະຕິບັດເປັນລາຍລັກອັກສອນ. ຜູ້ຮັບຜິດຊອບໂຄງການ: ໃຫ້ເພີ່ມທະວີໃນການເປັນໃຈກາງພົວພັນຮ່ວມມື ປະສານວຽກງານເປັນປົກກະຕິ, ໃຫ້ລົງຕິດຕາມ, ຊຸກຍູ້ ຮອດບ້ານ ແລະ ສວນອ້ອຍຂອງປະຊາຊົນ, ນໍາພາ ແກ້ໄຂບັນຫາທີ່ເກີດຂຶ້ນ, ແນະນໍາປະຊາຊົນບໍ່ໃຫ້ມີການບຸກລູກຖາງປ່າໄມ້, ທະລຸເສັ້ນທາງ ຢ່າງເດັດຂາດ, ຕິດຕາມ, ກວດກາ ການປູກອ້ອຍ, ຂາຍອ້ອຍ, ການຮັບເງິນຄ່າອ້ອຍ ແລະ ໃຫ້ແຕ່ລະທ່ານສ້າງຖານຂໍ້ມູນ ຮອບດ້ານບ້ານທີຮັບຜິດຊອບຢ່າງລະອຽດເພື່ອຄຸ້ມຄອງ.ໂອກາດດັ່ງກ່າວບໍລິສັດໂຮງງານນໍ້າຕານຍັງໄດ້ມອບລາງວັນຊົມເຊີຍໃຫ້ແກ່ບ້ານ ເຊີ່ງມອບໂດຍ ທ່ານ ນ. ເຕົາຢາຊິງ ອຳນວຍການບໍລິສັດ ວັດຖຸດີບໂຮງງານນໍ້າຕານຈົ່ງຢູນເມືອງ ຫລ້າ ແຫ່ງ ສປ ຈີນ ຮັບໂດຍຕາງໜ້າປະຊາຊົນບ້ານ ຂອງທ່ານ ເລຂານາຍບ້ານຢ່າງສົມກຽດ. ຈາກນັ້ນ ທ່ານ ສົມພາບ ດາລາຈັກ ເຈົ້າເມືອງບຸນເໜືອ ມອບໃບຍ້ອງຍໍໃຫ້ຜູ້ປະກອບສ່ວນວັດຖຸປັດໃຈພາຍໃນງານດັ່ງກ່າວ ແລະ ຮັບໂດຍບັນດານັກທູລະກິດພາຍໃນປະເທດຕາມລໍາດັບ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ