ໜ້າຫຼັກ / ການເຄື່ອນໄຫວ / ການລົງຊຸກຍູ້ກຸ່ມຜະລິດນໍ້າເຜິ້ງ ທີ່ກຸ່ມບ້ານແສນລາດ ເມືອງຂວາ ແຂວງຜົ້ງສາລີ.

ການລົງຊຸກຍູ້ກຸ່ມຜະລິດນໍ້າເຜິ້ງ ທີ່ກຸ່ມບ້ານແສນລາດ ເມືອງຂວາ ແຂວງຜົ້ງສາລີ.

22 May 2025 | ກວດແກ້: ນ. ພວງມະນີ ວົງວິຈິດ. |

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2025 ທີ່ຜ່ານມານີ້ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກຫ້ອງການສະຫະພັນແມ່ຍິງ, ຫ້ອງການກະສິກໍາ ແລະ ປ່າໄມ້ ລົງຕິດຕາມ, ຊຸກຍູ້ກຸ່ມຜະລິດນໍ້າເຜິ້ງ ທີ່ກຸ່ມບ້ານແສນລາດ ເມືອງຂວາ ແຂວງຜົ້ງສາລີ ນໍາພາທີມງານໂດຍ ທ່ານ ນາງ ຄູນຖາວອນ ຫົງດາລາ ຮອງຫົວຫນ້າຫ້ອງການອຸດສາຫະກໍາການຄ້າເມືອງ, ມີທ່ານ ບຸນທະວີ ຄຳແສນວົງ ເລຂາພັກກຸ່ມແສນລາດ ແລະ ທ່ານ ແສງຕັນ ຄະນະພັກບ້ານ, ມີທີມງານຂັ້ນເມືອງ ແລະ ສະມາຊິກກຸ່ມລ້ຽງເຜີ້ງເຂົ້າຮ່ວມທັງໝົດ 25 ຄົນ, ຍິງ 8 ຄົນ.
ຈຸດປະສົງໃນການລົງຊຸກຍູ້ກຸ່ມຜະລິດນໍ້າເຜິ້ງ ທີ່ກຸ່ມບ້ານແສນລາດໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ສິນຄ້າດັ່ງກ່າວມີການພັດທະນາທີ່ໂດດເດັ່ນ, ມີຄວາມຍືນຍົງທາງດ້ານເອກະລັກ ແລະ ມີຕະຫຼາດຮອງຮັບທາງດ້ານປະລິມານ ແລະ ຄຸນນະພາບຕອບສະໜອງຕາມທ້ອງຕະຫຼາດໄດ້ເປັນປົກກະຕິເພື່ອໃຫ້ສິນຄ້າດັ່ງກ່າວມີຄວາມໝັ້ນຄົງ ຕາມການປະເມີນຂອງຄະນະຮັບຜິດຊອບຂັ້ນເມືອງທີ່ສາມາດຍາດໄດ້ຜົນຕອບຮັບທີ່ດີເດັ່ນ ແລະ ສາມາດນໍາໃຊ້ກາໝາຍການຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເປັນສິນຄ້າໂອດ໋ອບ ຂອງເມືອງຂວາໃນຕະຫຼອດໄລຍະທີ່ຜ່ານມາ ການລົງຊຸກຍູ້ໃນຄັ້ງນີ້ຍັງໄດ້ຮັບຟັງການລາຍງານຫຍໍ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກ່ຽວກັບສະພາບການຜະລິດນໍ້າເຜິ້ງພ້ອມທັງປຶກສາຫາລືໃນການວາງແຜນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າທີ່ຜ່ານມາຕື່ມອີກ.
ໃນຕອນທ້າຍຂອງພິທີທາງຄະນະປະທານ ແລະ ຄະນະຮັບຜິດຊອບຂັ້ນເມືອງຍັງໄດ້ໃຫ້ທິດຊີ້ນໍາ ແລະ ໃຫ້ຄໍາຄິດຄໍາເຫັນໃຫ້ແກ່ສະມາຊິກກຸ່ມລ້ຽງເຜິ້ງໃນການປັບປຸງວິທີການຈັດຕັ້ງປະຕິບັດຕາມກົດລະບຽບຂອງກຸ່ມ ຢ່າງຕັ້ງໜ້າເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງໃຫ້ຄະນະກຸ່ມການຜະລິດໃຫ້ຄວາມສໍາຄັນຕໍ່ສະມາຊິກ ແລະ ຕໍ່ກຸ່ມການຜະ
ລິດຢ່າງຕັ້ງໜ້າໂດຍສະເພາະໃນການເກັບກູ້ຜົນຜະລິດໃຫ້ມີຄຸນນະພາບ,ມີຄວາມຮັບປະກັນ ແລະ ຈັດສັນການຈັດຈໍາໜ່າຍອອກສູ່ຕະຫຼາດຢ່າງເປັນລະບົບຕໍ່ເນື່ອງເພື່ອຄວາມຍືນຍົງຂອງຜະລິດຕະພັນພ້ອມທັງສະຫຼຸບລາຍງານໃຫ້ຄະນະກໍາມະການຮັບຜິດຊອບຂັ້ນເມືອງເປັນແຕ່ລະໄລຍະ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ