ຕາງໜ້າແຂວງຜົ້ງສາລີວາງພວງມະລາໄວ້ອາໄລຕໍ່ການເສຍຊີວິດຂອງອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ
25 May 2025 | ຂ່າວ,ພາບ: ພະແນກການຕ່າງປະເທດແຂວງຜົ້ງສາລີ |
ໃນວັນທີ 25 ພຶດສະພາ 2025ນີ້ ສະຫາຍ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ, ປະທານກວດກາແຂວງ ພ້ອມດ້ວຍຄະນະ ໄດ້ຕາງໜ້າການນຳພັກ, ອົງການປົກ
ຄອງ ແລະ ປະຊາຊົນແຂວງຜົ້ງສາລີ ແຫ່ງ ສປປ ລາວ ໄດ້ໄປວາງພວງມະລາໄວ້ອາໄລ ແລະ ສະແດງເຖິງຄວາມເສົ້າໂສກການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລື່ອງ ອະດີດກຳມະການກົມການເມືອງ,ອະດີດຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ສະຖານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳຫຼວງພະບາງ.
ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອາດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີໄດ້ເຖີງແກ່ມໍລະນະກຳ ໃນວັນທີ 20 ພຶດສະພາ 2025. ພ້ອມທັງໄດ້ຂຽນປື້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປທີ່ບໍ່ມີວັນຫວນກັບຄືນມາຂອງສະຫາຍ ເຈີນ ດຶກ ເລືອງ
Share: