ໜ້າຫຼັກ / ການເຄື່ອນໄຫວ / ພິທີເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ປະຈຳສົກຮຽນ2024-2025 ທົ່ວເມືອງຜົ້ງສາລີ.

ພິທີເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ປະຈຳສົກຮຽນ2024-2025 ທົ່ວເມືອງຜົ້ງສາລີ.

26 May 2025 | ພາບ-ຂ່າວ: ສົມຈັນ ຄຸນແກ້ວ |

ໃນຕອນບ່າຍຂອງວັນທີ 26 ເດືອນ ພຶດສະພາ ປີ 2025 ນີ້ທີ່ກຸ່ມໂຮງຮຽນປະຖົມມົງເຈົາ ໄດ້ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ປະຈຳສົກຮຽນ 2024-2025 ໃນລະຫ່ວາງ ວັນທີ 27-28 ເດືອນພຶດສະພາ ປີ 2025 ຂອງທົ່ວເມືອງຜົ້ງສາລີ ຂື້ນຢ່າງເປັນທາງການ
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບູນທອງ ຕີ່ງສົມເຮື່ອງ ຮອງເຈົ້າເມືອງຜົ້ງສາລີ ຜູ້ຊື້ນໍາວຽກງານວັດທະນະທໍາສັງຄົມ ມີທ່ານ ນາງ ສີວອນ ມະໄລສີນ ຮອງຫົວໜ້າຫ້ອງການສຶກສາທີການ ແລະ ກີລາ ເມືອງຜົ້ງສາລີ ມີ ທ່ານ ນາງແສງນາ ເຫຼັກ ປະທານກຸ່ມໂຮງຮຽນປະຖົມມົງເຈົາ ມີບັນດາຄະນະຮັບຜິດຊອບການສອບເສັງ ອະນຸກຳມະ
ການເຝົ້າຫ້ອງສອບເສັງ ແລະ ນັກສອບເສັງເຂົ້າຮ່ວມຫຼາຍ 70 ທ່ານ.
ໃນພິທີຄະນະຈັດຕັ້ງກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງຂອງຫ້ອງການສຶກສາທີການ ແລະ ກີລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງ ແລະ ອະນຸກຳ
ມະການສອບເສັງຂອງທົ່ວເມືອງຜົ້ງສາລີ ຈາກນັ້ນ ທ່ານ ນາງ ສີວອນ ມະໄລສີນ ຮອງຫົວໜ້າຫ້ອງການສຶກສາທີການ ແລະ ກີລາ ເມືອງຜົ້ງສາລີ ໄດ້ຂື້ນຜ່ານກົດລະບຽບການສອບເສັງຂອງຄະນະກຳມະການສອບເສັງ ແລະ ນັກສອບເສັງ ໃນຕອນທ້າຍຂອງພິທີ ທ່ານ ບູນທອງ ຕີ່ງສົມເຮື່ອງ ຮອງເຈົ້າເມືອງຜົ້ງສາລີ ຜູ້ຊື້ນໍາຂົງເຂດວັດທະນະທໍາສັງຄົມ ໄດ້ກ່າວວ່າການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນສຶກສາ ປ 5 ແມ່ນເພື່ອເປັນການປະເມີນຜົນການຮຽນການສອນຂອງຄູ-ນັກຮຽນ ແລະ ເປັນການວັດແທກຄວາມຮັບຮູ້ຂອງນັກຮຽນໃນສົກປີ 2024-2025 ໃນທົ່ວເມືອງລວມມີ 12 ສູນ ມີ 48 ໂຮງຮຽນ ມີຈໍານວນຫ້ອງເສັງ 23 ຫ້ອງສອບເສັງ ມີນັກຮຽນສອບເສັງທັງໝົດ 423 ນ້ອງຍິງ 181 ນ້ອງ ມີວິຊາເສັງລວມມີ 4 ວິຊາເສັງ ຈະໃຊ້ເວລາ 2 ວັນເຕັມ ເອກະພາບໃນທົ່ເມືອງ ແລະ ເພື່ອສ້າງເງື່ອນໄຂເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາປີທີ່ 1 ຫຼື ມ.1 ມັນຈື່ງເປັນການຕັດສີນຜົນໄດ້ ຜົນເສຍ ແລະ ບັນລຸຕາມເປົ້າໝາຍທີ່ກຳນົດໄວ້.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ