ໜ້າຫຼັກ / ການເຄື່ອນໄຫວ / ເມືອງສໍາພັນ ແຂວງຜົ້ງສາລີ, ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ປະຈໍາສົກຮຽນ 2024-2025

ເມືອງສໍາພັນ ແຂວງຜົ້ງສາລີ, ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ປະຈໍາສົກຮຽນ 2024-2025

26 May 2025 | ພາບ,ຂ່າວໂດຍ: ສີງທອງ |

ເພື່ອເປັນການປະຕິບັດ ແລະ ດໍາເນີນການຮຽນ - ການສອນຢູ່ບັນດາໂຮງຮຽນຢ່າງເປັນປົກກະຕິ ແລະ ເລີ່ມຈັດຕັ້ງການຮຽນ - ການສອນນັບແຕ່ ວັນທີ 1 ກັນຍາ 2024 ເປັນຕົ້ນມາ ໄດ້ມີການວັດຜົນການຮຽນ-ການສອນແຕ່ລະໄລຍະ ແລະ ປະເມີນການປະຕິບັດ ຫຼັກສູດຂອງໂຮງຮຽນແຕ່ລະແຫ່ງໃນທົ່ວເມືອງ ເຊິ່ງສາມາດປະຕິບັດຫຼັກສູດທີ່ທາງກະຊວງສຶກສາວາງອອກນັ້ນ, ມາໃນຕອນບ່າຍຂອງວັນທີ 26 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມ ໂຮງຮຽນ ປະຖົມນາໄຊ ເມືອງສໍາພັນ ແຂວງຜົ້ງສາລີ, ໄດ້ຈັດພິທີ ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ເອກະພາບທົ່ວເມືອງ ປະຈຳສົກຮຽນ 2024-2025 ຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ສີແພງ ວາເລັ່ງວ້າ ກຳມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍຂົງເຂດວັດທະນະທຳ-ສັງຄົມເມືອງ, ມີທ່ານ ນາງ ຍອດສານວິໄລ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທ່ານ ນ. ຈັນນາລີ ຮອງນາຍບ້ານ, ບ້ານນາໄຊ ມີບັນດາຫົວໜ້າ-ຮອງຫົວໜ້າໂຮງຮຽນ ຄູອາຈານ, ພະນັກງານຜູ້ຮັບຜິດຊອບ ຕະຫຼອດຮອດນ້ອງນັກຮຽນ ປ5 ມາຈາກ 5 ໜວດ ໂຮງຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ບຸນເສີດ ສີວັນນະໄຊ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນສາມັນ ແລະ ວິທະຍາສາດ ຜ່ານ ຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ວ່າດ້ວຍການວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມການສອບ ເປີດບັ້ນສອບເສັງຈົບຊັ້ນ ປະຖົມສຶກສາ ປ.5 ປະຈໍາສົກຮຽນ 2024-2025 ສະບັບເລກທີ 95/ມສພ, ລົງວັນທີ 06/ ພືດສະພາ 2025, ຜ່ານຂໍ້ຕົກລົງຂອງຫົວໜ້າສືກສາທິການ ແລະ ກິລາເມືອງວ່າດ້ວຍການແຕ່ງຕັ້ງອະນຸກໍາມະການຊີ້ນໍາສູນສອບເສັງແຕ່ລະສູນໃນທົ່ວເມືອງ ສະບັບເລກທີ 60/ມສພ,ລົງວັນທີ22 ພືດສະພາ 2025 ຜ່ານຂໍ້ຕົກລົງອະນຸກໍາມະການການຍາມສອບເສັງ, ໃນນີ້ ສູນສອບເສັງກຸ່ມໂຮງຮຽນປະຖົມນາໄຊມີຈໍານວນ 5 ໂຮງຮຽນເຂົ້າຮ່ວມການສອບເສັງ. ຄື: ໂຮງຮຽນປະຖົມ ຢາງເໜືອ, ໂຮງຮຽນປະຖົມຫາດຫງາໃຕ້, ໂຮງຮຽນປະຖົມນໍ້າຫງາ, ໂຮງຮຽນປະຖົມບ້ານນາ ແລະ ນາໄຊ ມີນັກສອບເສັງນັກຮຽນເຂົ້າສອບເສັງຕົວຈິງ 92 ຄົນ, ຍິງ 45 ຄົນ, ສອບເສັງຈຳນວນ 4 ວິຊາຄື: ວິຊາ ພາສາລາວ (ຫັດແຕ່ງ), ວິຊາ ພາສາລາວ (ຂຽນທວາຍ) ວິຊາ ຄະນິດສາດ ແລະ ວິຊາ ວິທະຍາ
ສາດ-ສິ່ງແວດລ້ອມ, ການສອບເສັງຈະໃຊ້ເວລາ 2 ວັນເຕັມຈີງຈະສໍາເລັດເຊີງກໍານົດເອົາວັນທີ 27 - 28 ພຶດສະພາ 2025 ນີ້ເປັນວັນສອບເສັງຈົບປະຖົມສຶກສາ ປ.5 ຢ່າງເປັນທາງການ.ຈາກນັ້ນ ທ່ານ ນ. ຍົງມະນີ ສີລະຖົມ ປະທານກຸ່ມໂຮງຮຽນປະຖົມນາໄຊ ໄດ້ຜ່ານກົດລະບຽບໃນການສອບເສັງຂອງຄະນະກໍາມະການສອບເສັງ ແລະ ນັກຮຽນ ເພື່ອເຮັດໃຫ້ການສອບເສັງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຕື່ມອີກ.
ຕອນທ້າຍຂອງພິທີທ່ານ ສີແພງວາເລັ່ງວ້າ ກຳມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍຂົງເຂດວັດທະນະທຳ-ສັງຄົມເມືອງມີຄໍາເຫັນພ້ອມທັງຮຽກຮ້ອງໃຫ້ ຄະນະຮັບ
ຜິດຊອບ ແລະ ອະນຸກຳມະການຍາມຫ້ອງສອບເສັງ ແລະ ພາກສ່ວນກວດບົດ, ຈົ່ງພ້ອມກັນເອົາໃຈໃສປະຕິບັດລະບຽບວິໄນຂອງການສອບເສັງຢ່າງເຂັ້ມງວດ,ມີຄວາມໂປ່ງໃສ,ຍຸດຕິທໍາ ບໍ່ມີການລໍາອຽງເຮັດຕາມພາລະບົດບາດ,ຊື່ສັດບໍລິສຸດ,ມີຈັນຍາບັນ ເພື່ອຊອກໃຫ້ ໄດ້ນັກຮຽນທີ່ດີມີຄຸນນະພາບ,ມີຄວາມຮູ້ຄວາມສາມາດ,ມີຄຸນສົມບັດ,ນອກ
ຈາກນີ້ຮຽກຮ້ອງໃຫ້ນ້ອງນັກຮຽນຕ້ອງສູມສະຕິປັນຍາເຂົ້າໃນການຄົ້ນຄ້ວາບົດຮຽນ,ມາສອບເສັງໃຫ້ທັນຕາມກຳນົດເວລາ,ປະຕິບັດຕາມຂໍຫ້າມຂອງຄະນະຄອບຄູ້ມການສອບເສັງ ແລະ ທ່ານກໍ່ໄດ້ກ່າວເປີດການສອບເສັງຢ່າງເປັນທາງການ,ການສອບເສັງຈົບຊັ້ນປະຖົມສືກສາ , 5 ໃນຄັ້ງນິ້ຈະດຳເນີນເປັນເວລາ 2 ວັນຈິງຈະສຳເລັດ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ