ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ຫົວໜ້າພະແນກສາທາລະນະສຸກແຂວງລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ຫ້ອງການສາທາລະນະສຸກເມືອງຍອດອູ.

ທ່ານ ຫົວໜ້າພະແນກສາທາລະນະສຸກແຂວງລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ຫ້ອງການສາທາລະນະສຸກເມືອງຍອດອູ.

27 May 2025 | ຂ່າວ-ພາບ: ໄລພອນ ສີສົມພອນ |

ໃນຕອນເຊົ້າຂອງວັນທີ 27 ເດືອນ ພຶດສະພາ ປີ 2025 ນີ້ ທ່ານ ໄຊນຸພາບ ສຸຈັນ ຫົວໜ້າພະແນກສາທາລະນະສຸກແຂວງ ຜົ້ງສາລີ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຢູ່ຫ້ອງການສາທາລະນະສຸກເມືອງ ຍອດອູ. ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງດີ ແສງລາວ ຫົວໜ້າຫ້ອງການສາທາລະ

ນະສຸກເມືອງ ຍອດອູ ພ້ອມດ້ວຍຄະນະຫ້ອງການ ຕະຫຼອດຮອດພະນັກງານລັດຖະກອນພາຍໃນຫ້ອງການສາທາລະ

ນະສຸກເມືອງ ຢ່າງອົບອຸ່ນ ໃນໂອກາດທີ່ທ່ານເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ຫ້ອງການສາທາ

ລະນະສຸກເມືອງ ໃນຄັ້ງນີ້ທ່ານໄດ້ຮັບຟັງການສະຫຼູບຕິລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການສາທາລະນະສຸກເມືອງ ແລະ ວຽກງານໂຮໝໍຊົມຊົນໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງການສາທາລະນະສຸກເມືອງຍອດອູ ຈາກທ່ານ ທອງດີ ແສງລາວ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຍອດອູ ພ້ອມນັ້ນບັນດາທ່ານ ພະນັກງານແຕ່ລະໜ່ວຍງານພາຍໃນໂຮງໝໍ ແລະ ຂະແໜງການຈາກພະແນກສາທາລະນະສຸກແຂວງ ກໍ່ໄດ້ພັດປ່ຽນກັນຂື້ນມີຄຳເຫັນແລກປ່ຽນໂດຍສະເພາະແມ່ນ: ວຽກງານຈັດຕັ້ງ-ກວດກາ ແລະ ວຽກງານບໍລິຫານ ແລະ ວຽກງານອື່ນໆ ເພື່ອສົນທະນາ ແລກປ່ຽນບົດຮຽນນຳກັນເຮັດໃຫ້ພະນັກງານທີມີຄວາມຮູ້ຄວາມສາມາດໃຫ້ວາງຢູ່ໃນຕຳແໜງງານເຮັດໃຫ້ວຽກງານດັ່ງກ່າວມີຄວາມກ້າວໜ້າ ແລະ ມີຜົນສຳເລັດ .ຈາກນັ້ນ ທ່ານ ໄຊນຸພາບ ສຸຈັນ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ມີຄຳເຫັນແລກປ່ຽນ ແລະ ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ພະນັກງານລັດຖະກອນ ຂອງຫ້ອງການສາທາລະນະສຸກ ແລະ ເມືອງ ເຊິ່ງກ່ອນອື່ນ ທ່ານກໍ່ໄດ້ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ທາງຫ້ອງການສາທາລະນະສຸກເມືອງຍອດອູ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຕື່ມຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ສຶບຕໍ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ - ລັດ, ບັນດາມະຕິ, ຄຳສັ່ງບົດແນະນຳ ແລະ ນິຕິກຳຕ່າງໆໃຫ້ຫຼາຍຂຶ້ນ, ເພິ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄຸນນະພາບຂອງການບໍລິການສະຖານທີ່ການບໍລິການຕ່າງໆລວມທັງຈັນ

ຍາບັນຂອງແພດໝໍກໍ່ຄື ການປະຕິບັດ 5 ດີ 1 ພໍໃຈໃຫ້ເລິກເຊິ່ງ, ເພີ່ມທະວີກົນໄກການປະສານງານລະຫວ່າງບັນ

ດາພະແນກການ, ອົງການ ບາງດ້ານບໍ່ທັນກົມກຽວກັນ, ເອົາໃຈໃສ່ວຽກງານຈັດຕັ້ງ-ກວດກາການວາງຊັບຊ້ອນພະນັກງານທີມີຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບຕຳແໜ່ງງານ ແລະ ສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນຫ້ອງການສາທາລະນະສຸກເມືອງ ໂຮງໝໍຊົມຊົນເມືອງ ກັບ ພະແນກສາທາລະນະສຸກແຂວງໃຫ້ມີຄວາມເປັນເອກະ

ພາບ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ