ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນ ບ້ານໃໝ່ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

ໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນ ບ້ານໃໝ່ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

26 May 2025 | ພາບ-ຂ່າວໂດຍ: ນາງ ໄທພອນ ມະນີຈັນ) |

ໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນບ້ານໃໝ່ ໄດ້ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຢ່າງເປັນທາງການ ໃນວັນທີ 26 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິ
ການ ແລະ ກິລາແຂວງ, ສະຫາຍ ສົມຈິດທອງ ຈຸມມາລີ ຄະນະພັກຮາກຖານພະແນກ ເລຂາໜ່ວຍພັກ ໂຮງຮຽນ ມັດທະຍົມສຶກສາສົມບູນບ້ານໃໝ່, ມີຄະນະອະນຸກໍາມະການດໍາເນີນກອງປະຊຸມບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກອ້ອມຂ້າງທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ແຂກຮັບເຊີນຈາກພາກສ່ວນຕ່າງໆ ຕະຫຼອດຮອດສະຫາຍສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກຂອງຕົນເຂົ້າຮ່ວມລວມທັງໝົດ 62 ສະຫາຍ, ຍິງ 46 ສະຫາຍ.
ໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນບ້ານໃໝ່ ແມ່ນໜຶ່ງໃນ 06 ໜ່ວຍພັກທີ່ຂຶ້ນກັບຄະນະພັກ ຮາກຖານທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີປະກອບມີ ຄະນະໜ່ວຍພັກ 03 ສະຫາຍ, ຍິງ 01 ສະ
ຫາຍ;ມີສະມາຊິກພັກທັງໝົດ 47 ສະຫາຍ, ຍິງ 40 ສະຫາຍ, ສໍາຮອງ 04 ສະຫາຍ, ຍິງ 03 ສະຫາຍ.
ພາຍຫຼັງທີ່ຄະນະຈັດຕັ້ງກອງປະຊຸມໄດ້ກ່າວຈຸດປະສົງແລ້ວ ຄະນະອະນຸກໍາມະການບຸກຄະລາກອນຂັ້ນແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນບ້ານໃໝ່ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 539/ຄພຂ, ຜົ້ງສາລີ, ລົງວັນທີ 23 ພຶດສະພາ 2025.
ຈາກນັ້ນ ໃນກອງປະຊຸມ, ໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການເຄື່ອນໄຫວນໍາພາລວມ ເຊິ່ງໄດ້ຕີລາຄາຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ໂດຍຍົກໃຫ້ເຫັນຜົນງານ ທີ່ພົ້ນເດັ່ນ ກໍຄືດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຖອດໄດ້ບາງບົດຮຽນ ຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະໜ່ວຍພັກ ໃນ 5 ປີຜ່ານມາ, ເຊິ່ງການເຄື່ອນໄຫວນໍາພາການປະຕິບັດພາລະບົດບາດແມ່ນໄດ້ຫັນເຂົ້າສູ່ລວງເລິກ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍຫຼາຍດ້ານ ເປັນຕົ້ນແມ່ນການພັດທະນາທາງດ້ານການສຶກສາຂັ້ນຕົ້ນໃຫ້ແກ່ນັກຮຽນ ໃນແຕ່ລະສົກຮຽນໄດ້ສອນບໍາລຸງນັກຮຽນອ່ອນຊັ້ນມັດທະຍົມສຶກສາຕອນຕົ້ນຢ່າງຕໍ່ເນື່ອງ, ອາທິດລະ 10 ຊົ່ວໂມງຕໍ່ 2 ວິຊາ (ວິຊາ ພາສາລາວ ແລະ ວິຊາ ຄະນິດສາດ), ສອນບໍາລຸງນັກຮຽນເກັ່ງ ຊັ້ນມັດທະ
ຍົມສຶກສາຕອນຕົ້ນ ມ.4 ແລະ ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ເພື່ອສົ່ງເຂົ້າສອບເສັງແຂ່ງຂັນນັກຮຽນເກັ່ງລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ. ການເຄື່ອນໄຫວວຽກງານນອກຫຼັກສູດ ແມ່ນໄດ້ນໍາພານັກຮຽນຝຶກ
ແອບກິລາປະເພດຕ່າງໆ ເພື່ອສົ່ງເຂົ້າແຂ່ງຂັນງານບຸນຕ່າງໆທີ່ແຂວງຈັດຂຶ້ນ, ຝຶກແອບສິລະປະ-ວັນນະຄະດີ ຂັບລໍາທ້ອງຖິ່ນ, ຮ້ອງເພງ ແລະ ບົດຟ້ອນຕ່າງໆເພື່ອຮັບໃຊ້ງານຂອງແຂວງ, ເມືອງ ແລະ ພາຍໃນໂຮງຮຽນ. ນອກນີ້, ຍັງໄດ້ນໍາພານ້ອງນັກຮຽນອອກແຮງງານຢູ່ພາຍໃນໂຮງຮຽນ ແລະ ພາຍໃນຂອບເຂດເທສະບານເມືອງ. ສໍາລັບທິດ
ທາງ, ຄາດໝາຍ ແລະ ວຽກງານຈຸດສຸມຕ້ອງໄດ້ນໍາພາ-ຊີ້ນໍາ ໃນຊຸມປີຕໍ່ໜ້າ ໄລຍະປີ 2025-2029 ໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ທາງໜ່ວຍພັກຈະສຸມໃສ່ຈັດຕັ້ງຜັນຂະຫຍາຍນະໂຍບາຍພັດທະນາວຽກງາານສຶກສາທິການ ແລະ ກິລາ ໃຫ້ມີຄວາມທັນສະໄໝ ແລະ ມີຄຸນນະພາບສູງຂຶ້ນ, ສ້າງເງື່ອນໄຂເອື້ອອໍານວຍ ແລະ ປະສານສົມທົບກັບທຸກພາກ
ສ່ວນໃນສັງຄົມໄດ້ມີສ່ວນຮ່ວມ ໃນການພັດທະນາການສຶກສາ ແລະ ກິລາ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແນໃສ່ການສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທີ່ມີຄຸນນະພາບຕາມທິດຊີ້ນໍາຂອງຄະນະພັກຂັ້ນເທິງໃຫ້ຕໍ່ເນື່ອງກັນໃນແຕ່ລະປີ.
ພ້ອມດຽວກັນນັ້ນ ກໍໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ, ຈາກນັ້ນ ຄະນະຊຸດເກົ່າຂຶ້ນກ່າວລາໜ້າທີ່. ພ້ອມນັ້ນ ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 05 ສະຫາຍ, ຍິງ 03 ສະຫາຍ.
ຜ່ານການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ຄະນະໜ່ວຍພັກໂຮງຮຽນ ມັດທະຍົມສຶກສາສົມບູນບ້ານໃໝ່ ຊຸດໃໝ່ ສະໄໝທີ V ປະກອບມີລາຍຊື່ຕໍ່ໄປນີ້: ສະຫາຍ ລີຕາ ພັນນະລັດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ຈັນທະລີ ຂັນທະສິນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຄໍາເຫຼັກ ໄຊສະໝອນ ເປັນກຳມະການປະທານກວດກາ ແລະ ສະຫາຍ ນາງ ທິບດາວອນ ສາກີວົງ ເປັນຮອງປະທານກວດກາ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງຜົ້ງສາລີ, ຮອງຫົວໜ້າອະນຸກໍາມະການບຸກຄະລາກອນຂັ້ນແຂວງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ, ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກໃນໄລຍະ 5 ປີຜ່ານມາ, ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ໃນແຕ່ລະດ້ານ ເຊິ່ງສະຫາຍຮຽກຮ້ອງມາຍັງ ຄະນະໜ່ວຍພັກຊຸດໃໝ່ ຄັ້ງທີ V ຈະຕ້ອງໄດ້ສືບຕໍ່ບຸກທະລຸປັບປຸງແກ້ໄຂ, ເລີ່ມຈາກຈິນຕະນາການດ້ານແນວຄິດ ແລະ ກ້າວໄປເຖິງພຶດຕິກໍາໃນການຈັດຕັງປະຕິບັດຕົວຈິງ; ຈາກນັ້ນ ສະຫາຍກໍໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ, ມີຄວາມຫວັງ-ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະ
ຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ຍາດໄດ້ຜົນງານມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ. ນອກນັ້ນ, ຮຽກຮ້ອງມາຍັງສະຫາຍສະມາຊິກພັກ, ພະນັກງານ, ຄູ-ອາຈານ ພາຍໃນຄະນະພັກຮາກຖານ ກໍຄືພາຍໃນໜ່ວຍພັກໂຮງຮຽນ ມັດ
ທະຍົມສຶກສາສົມບູນບ້ານໃໝ່ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການປະກອບສ່ວນພັດທະນາວຽກງານສຶກສາ ແລະ ກິລາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າເປັນກໍາລັງແຮງຍູ້ໜູນເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ພິທີດັ່ງກ່າວ, ໄດ້ດໍາເນີນເປັນເວລາ 01 ຕອນ ແລະ ປິດລົງຢ່າງເປັນທາງການດ້ວຍຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ