ໜ້າຫຼັກ / ການເຄື່ອນໄຫວ / ພິທີປິດບັ້ນລົງຝຶກຫັດນັກສຶກສາ ຮຸ່ນທີ່ VI ວິທະຍາໄລສັນຕິບານ ປະຊາຊົນເລກ l ແຂວງຫຼວງພະບາງ.

ພິທີປິດບັ້ນລົງຝຶກຫັດນັກສຶກສາ ຮຸ່ນທີ່ VI ວິທະຍາໄລສັນຕິບານ ປະຊາຊົນເລກ l ແຂວງຫຼວງພະບາງ.

27 May 2025 | ນັກຂ່າວ: ປກສ ແຂວງ |

ໃນຕອນເຊົ້າວັນທີ 27 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປິດບັ້ນລົງຝຶກງານ ນັກສຶກສາ ຮຸ່ນທີ່ VI ວິທະຍາໄລສັນຕິບານ ປະຊາຊົນເລກ I ແຂວງຫຼວງພະບາງ, ຂຶ້ນຢ່າງເປັນທາງ
ການ ເປັນກຽດເຂົ້າຮ່ວມຂອງທ່ານ ພັອ ບົວເງີນ ສີທິວົງ ຄະນະພັກກອງບັນຊາການ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານ-ນັກຮົບ ນາຍ ແລະ ພົນຕໍາຫຼວດ,ຕະຫຼອດ
ຮອດນັກສຶກສາຝຶກຫັດເຂົ້າຮ່ວມ.
ໃນພິທີທ່ານ ພັຕ ສະໜອນ ໄຊປັນຍາ ຫົວໜ້າຄະນະທິມງານນໍາພາຝຶກຫັດຄັ້ງນີ້, ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ ເຊິ່ງໃນໄລຍະ 50 ວັນຜ່ານມາ ຄະນະທິມງານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນຫຼັກ ເຮັດໃຫ້ນັກສຶກສາກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຈົນສາມາດຍາດຜົນງານໄດ້ດັ່ງນີ້: ເຂົ້າຮ່ວມກວດກາລາດຕະເວນຂອບເຂດຮັບຜິດຊອບຢູ່ລຽບຕາມຊາຍແດນ, ໄດ້ 40 ຄັ້ງ, ເຂົ້າຮ່ວມກັກ
ຕົວຜູ້ຖືກຫາ ຄະດີຄາດຕະກໍາ,ຄ້າຢາເສບຕິດ, ມົ້ວສຸມຢາເສບຕິດ, ຢາສູບໄຟຟ້າ ແລະ ອາລະວາດຕີກັນພ້ອມທັງນໍາຕົວໄປດັດສ້າງ 30 ຄັ້ງ, ມີ 36 ຄົນ, ລົງເກັບກໍາບັນດາໂຄງການ ແລະ ເກັບສະຖິຕິທີ່ມາດໍາເນີນທຸລະກິດ 52 ຄັ້ງ, ເຂົ້າຮ່ວມສຶກສາອົບຮົມຄົນຕ່າງປະເທດລັກລອບແຕ່ງດອງກັບຄົນລາວ 07 ຄັ້ງ, ອອກປຶ້ມຜ່ານແດນ ລາວ-ຈີນ 06 ເດືອນ, 01 ປີ ແລະ ຕໍ່ອາຍຸປຶ້ມພັດສະປອດຄົນຕ່າງປະເທດ ໄດ້ 35 ຄັ້ງ, ມີ 495 ຫົວ, ຍິງ 49 ຫົວ, ເຂົ້າຮ່ວມລົງດັບໄຟລາມປ່າສະຫງວນ 01 ຄັ້ງ, ສຶກສາອົບຮົມຄະດີລັກຊັບພົນລະເມືອງ ໄດ້ 12 ຄັ້ງ, ສຶກສາອົບຮົມກ່າວເຕືອນ ຜູ້ລັກລອບຊື້-ຂາຍສີ່ງຕ້ອງຫ້າມ, ການລັກລອບຊອດປາ ໄດ້ 09 ຄັ້ງ, ເຂົ້າຮ່ວມສັນນະສູດຊາກສົບ ແລະ ນໍາສົ່ງຊາກ
ສົບໄດ້ 04 ຄັ້ງ ແລະ ອື່ນໆ... ໃນໂອກາດດັ່ງກ່າວ ທ່ານ ພັຕ ສະໝອນ ໄຊປັນຍາ ຫົວໜ້າຄະນະທິມງານນໍາພາຝຶກ
ຫັດ ຍັງໄດ້ມອບຂອງຂັວນທີ່ລະນືກ ໃຫ້ແກ່ກອງບັນຊາການ ປກສ ແຂວງຜົ້ງສາລີ, ເປັນກຽດກ່າວຮັບໂດຍ ທ່ານ ພັອ ບົວເງີນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະ.
ໃນຕອນທ້າຍຂອງພິທີ ທ່ານ ພັອ ບົວເງີນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະທີມງານລົງຝຶກຫັດ ທີ່ສາມາດຍາດໄດ້ຜົນງານໄຊຊະນະ ໃນຕະຫຼອດໄລຍະທີ່ຜ່ານມາ ໄປພ້ອມໆກັນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາເຝີກຫັດ ພ້ອມດ້ວຍນັກສຶກສາ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນ
ເອງໃນທຸກດ້ານ ເປັນຕົ້ນແມ່ນທາງດ້ານການເມືອງແນວຄິດ, ດ້ານແບບແຜນວິທີການເຮັດວຽກ, ມີອຸດົມການ
ທີ່ຖືກຕ້ອງ, ມີຄຸນສົມບັດສິນທໍາປະຕິວັດນໍາພາບົດຮຽນທີ່ຖອດຖອນໄດ້ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ກາຍເປັນພະນັກງານສືບທອດປ່ຽນແທນໃນອານາຄົດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ