ເມືອງບຸນເໜືອ ຈັດພິທີມອບ - ຮັບ ໜ້າທີ່ລະຫວ່າງຮອງເລຂາພັກເມືອງຮັກສາການປະທານຄະນະກຳມະການປົກຄອງເມືອງ-ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ເກົ່າ-ຜູ້ໃໝ່
27 May 2025 | ພາບ-ຂ່າວ ນາງຈັນສະໝອນ ຖວທ ເມືອງບຸນເໜືອ |
ຕອນເຊົ້າວັນທີ 27 ພຶດສະພາ 2025 ສະໂມສອນຂອງເມືອງໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ນາງຈັນສຸກ ແກ້ວວີໄລ ຮອງເລຂາພັກເມືອງຜູ້ເກົ່າ ແລະ ທ່ານ ວີສັນ ວົງນະຄອນ ຮອງເລຂາພັກເມືອງຮັກສາການປະທານຄະ
ນະກໍາມະການປົກຄອງເມືອງບຸນເໜືອຜູ້ໃໝ່ ແລະ ທ່ານ ຄຳໄຊ ວົງສັກ ຮອງເຈົ້າເມືອງຜູ້ເກົ່າ ແລະ ທ່ານ ໄຊລັງ ຄຳຜາສຸກ ຮອງປະທານ ຄະນະກຳມະການປົກຄອງເມືອງບຸນເໜືອຜູ້ໃໝ່ ຂຶ້ນຢ່າງເປັນທາງການ. ໂດຍການເປັນປະ
ທານຂອງທ່ານ ສົມພາບ ດາລາຈັກ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງບຸນເໜືອ, ເຂົ້າຮ່ວມມີ ຄະນະປະຈຳພັກເມືອງກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າກອງບັນຊາການປກສ-ປກຊ ເລຂາຄະນະພັກຮາກຖານກຸ່ມ, ຕະຫຼອດຮອດ ບັນດາຫົວໜ້າ ທະນາຄານ ແລະ ລັດວິສາຫະກິດໄຟຟ້າ, ນໍ້າປະປາ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການປະທານຄະນະກຳມະການປົກຄອງເມືອງບຸນເໜືອ ແຕ່ງຕັ້ງທ່ານ ວີສັນ ວົງນະຄອນ ຮອງເລຂາພັກເມືອງ ຮັບໜ້າທີ່ຮັກສາການປະທານຄະນະກຳມະການປົກຄອງເມືອງບຸນເໜືອ; ແຕ່ງຕັ້ງ ທ່ານ ໄຊລັງ ຄຳຜາສຸກ ກຳມະການປະຈຳພັກເມືອງ, ເປັນຮອງປະທານ ຄະນະກຳມະການປົກຄອງເມືອງບຸນເໜືອ; ຊີ້ນຳຂົງເຂດວັດທະນະທຳສັງຄົມ ຈາກນັ້ນທ່ານ ຮອງເລຂາພັກເມືອງຜູ້ເກົ່າ ແລະ ທ່ານ ຮອງເຈົ້າເມືອງຜູ້ເກົ່າ ໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ ເຊິ່ງທັງສອງທ່ານໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຊີ້ນຳ - ນໍາພາຂົງເຂດຄວາມຮັບຜິດຊອບຂອງຕົນພາຍໃນເມືອງບຸນເໜືອ.ພອ້ມທັງມອບໜ້າທີ່ໃຫ້ ຜູ້ໃໝ່ ນຳເອົາເນື້ອໃນ ແລະ ບັນຫາສຳຄັນຕ່າງໆໄປຈັດຕັ້ງປະຕິບັດ ແລະ ພ້ອມກັນແກ້ໄຂຮ່ວມກັບຄະນະພັກເມືອງ ສືບຕໍ່ແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກນັ້ນໃນພິທີກໍ່ໄດ້ພ້ອມກັນລົງ
ນາມເຊັນບົດບັນທືກມອບ-ຮັບຮ່ວມກັນລະຫວ່າງ ຮອງເລຂາຂາພັກເມືອງ-ຮອງເຈົ້າເມືອງ ຜູ້ເກົ່າ ກັບ ຮອງເລຂາພັກເມືອງ ຮັກສາການປະທານຄະນະກຳມະການປົກຄອງເມືອງບຸນເໜືອແລະ ກຳມະການປະຈຳພັກເມືອງ,ຮອງປະ
ທານ ຄະນະກຳມະການປົກຄອງເມືອງບຸນເໜືອຜູ້ໃໝ່ ຢ່າງເປັນທາງການ ໂດຍຊ່ອງໜ້າຈາກປະທານພິທີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຄິພີຍານ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆບຸນເໜືອ,ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນຄັ້ງນີ້ວ່າ: ນີ້ແມ່ນຫຼັກການນໍາພາຂອງພັກເຮົາທີ່ເຄີຍປະຕິບັດກັນມາ,ພ້ອມກັນນີ້ ໄດ້ຮຽກຮ້ອງໃຫ້ ທ່ານ ຮອງເລຂາພັກເມືອງຮັກສາການປະທານຄະນະກຳມະການປົກຄອງເມືອງ ແລະ ຮອງປະທານ ຄະນະກຳມະການປົກຄອງເມືອງຜູ້ໃໝ່ທັງສອງທ່ານ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ຢ່າງໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ກົດ ໝາຍຂອງລັດ ໃຫ້ເລິກເຊິ່ງ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ໄດ້ຮັບຮອງຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ lX ຂອງອົງຄະນະພັກເມືອງ ກໍຄື ຜົນງານທີ່ຜູ້ເກົ່າໄດ້ມອບ ໝາຍ ໃຫ້ປາກົດຜົນເປັນຈິງ.
Share: