ໜ້າຫຼັກ / ການເຄື່ອນໄຫວ / ພິທີສະຫຼຸບປິດການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2024-2025 ຂອງໂຮງຮຽນ ມສ ນາໄຊເມືອງສຳພັນ ແຂວງຜົ້ງສາລີ.

ພິທີສະຫຼຸບປິດການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2024-2025 ຂອງໂຮງຮຽນ ມສ ນາໄຊເມືອງສຳພັນ ແຂວງຜົ້ງສາລີ.

27 May 2025 | ຂ່າວ ໂດຍ :ຄໍາຮຸ່ງ. |

ໃນວັນທີ 27 ພຶດສະພາ 2025 ນີ້, ຢູ່ໂຮງຮຽນ ມສ ນາໄຊ ເມືອງສຳພັນ ແຂວງຜົ້ງສາລີ.ໄດ້ຈັດພິທີ ສະຫຼຸບ ປິດການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກຮຽນ 2024-2025.ຢ່າງເປັນທາງການ,ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແກ້ວ ອຳໄພວັນ ອໍານວຍການໂຮງຮຽນ ມສ ນາໄຊ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສີແພງ ວາເລັງວ້າ ກຳມະການປະຈຳພັກເມືອງ,ຮອງເຈົ້າເມືອງ,ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ,ມີທ່ານ ສຸວັນດາວ ພົມມະບາງ ຮອງຫົວໜ້າຫ້ອງການສືກສາທິການ ແລະ ກີລາເມືອງ,ມີເລຂາພັກນາຍບ້ານໆ ນາໄຊ,ຕະຫຼອດຮອດ ຄູ,
ອາຈານສອນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ນາງ ແກ້ວ ອໍາໄພວັນ ອໍານວຍການໂຮງຮຽນ ມສ ນາໄຊ,ໄດ້ລາຍງານໃຫ້ຮູ້ວ່າ: ຄະນະອໍານວຍການໂຮງ ຮຽນໄດ້ເອົາໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາພະນັກງານລັດຖະກອນຄູ ອາຈານ ແລະ ນັກຮຽນໃຫ້ມີຄວາມຮັບຮູ້ກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກ-ລັດໃນແຕ່ລະໄລຍະ,ຖືເອົາ ວຽກງານການສຶກສາອົບຮົມການ ເມືອງແນວຄິດເປັນກົກເພື່ອແນໃສ່ໃຫ້ຄູ-ອາຈານ ແລະ ນັກຮຽນມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດມະຕິຄໍາສັ່ງ, ຂໍ້ກຳນົດ ກົດລະບຽບຂອງພັກ - ກົດໝາຍຂອງລັດໃຫ້ໄດ້ຮັບຜົນດີ. ມີຄວາມ ສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນກວ່າເກົ່າ, ຄະນະອໍານວຍ ການໂຮງຮຽນ ແລະ ຄູ - ອາຈານໄດ້ເປັນເອກະພາບກັນໃນການປະຕິບັດທິດທາງແຜນການຕ່າງໆຂອງພັກ-ລັດໂດຍ ສະເພາະກໍ່ແມ່ນຂອງໂຮງຮຽນວາງອອກ.ນອກຈາກນີ້ທ່ານຍັງໄດ້ໃຫ້ຮູ້ອີກວ່າ;ໂຮງຮຽນ ມ.ສ ນາໄຊ ມີຕືກອາຄານຮຽນ 2 ຫຼັງ ແຕ່ຊັ້ນ ມໍ1 - ມໍ7 ປະກອບມີ 18 ຫ້ອງ,ມີຄູສອນທັງໝົດ 29 ທ່ານ,ຍິງ 19 ທ່ານ,ໃນນີ້ມີຄູອາສາ 5 ທ່ານ ຍິງ 3 ທ່ານ,ມີນັກຮຽນທັງໝົດ 554 ນ້ອງ, ຍິງ 239 ນ້ອງ,ໃນໄລຍະຜ່ານມາຄູສອນກໍ່ໄດ້ເອົາໃຈໃສ່ຄົ້ນຄ້ວາແຕ່ງບົດ ສອນ ເພື່ອສິດສອນນັກຮຽນດ້ວຍຄວາມຫ້າວຫັນ,ປະ ຕິບັດໂມງເວລາ ການມາໂຮງຮຽນບໍ່ໄດ້ຂາດ, ນອກຈາກ ນັ້ນຍັງໄດ້ສ້າງກິດຈະກຳດ້ານຕ່າງໆໃຫ້ແກ່ນ້ອງນັກຮຽນ ເຮັດໃຫ້ນັກຮຽນແຕ່ ມໍ1,ມໍ2,ມໍ3.,ມໍ5 ແລະ ມໍ6 ສາມາດເຂົ້າສອບເສັງໄດ້ທັງໝົດ 95,6%,ເສັງຕົກ 4,4% ປະລະ 11,2%.ມີນັກຮຽນທີຮຽນດີຮຽນເກັງ ສອບເສັງໄດ້ຄະແນນ 8 ຂື້ນໄປຂອງທຸກໆວິຊາຈຳນວນ 13 ນ້ອງ,ຍີງ 7 ນ້ອງ.ນອກຈາກນັ້ນ ແຂ່ງຂັນວັນນະຄະດີ ແລະ ກີລາ ໃນນີ້ກະຕໍ້ຫວາຍຊາຍ ໄດ້ອັນດັບທີ1,ບານສົ່ງຍີງ ໄດ້ອັນດັບທີ 2,ບານ ສົ່ງຊາຍ ໄດ້ອັນດັບ 3 ແລະ ເປ່ຕັງຍິງ ຍາດໄດ້ອັນດັບ ທີ 3. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຄະນະປະທານພິທີກໍໄດ້ໃຫ້ກຽດມອບລາງວັນໃຫ້ນ້ອງນັກຮຽນຢ່າງຊົມກຽດ ແລະ ພ້ອມທັງໄດ້ຮັບຟັງການໂອລົມຂອງທ່ານ ຮອງເຈົ້າເມືອງ ເຊີງທ່ານໄດ້ເນັ້ນໃຫ້ຄະນະອຳນ່ວຍການໂຮງຮຽນຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຢ່າງສະເໝີຕົນສະເໝີປາຍ,ພ້ອມນີ້ຄູ-ອາຈານທຸກຄົນຕ້ອງກຳແໜ້ນ 3 ລັກສະນະ 5 ຫຼັກມູນຂອງການສືກສາ,ນອກນີ້ຕ້ອງແຂ່ງຂັນກັນສອນດີ,ສອນເກັ່ງເພື່ອຝືກຕົນເອງໃຫ້ກາຍເປັນຄູອາຈານຊ່ຽວຊານໃນອະນາຄົດ,ພ້ອມນີ້ຮຽກຮອງໃຫ້ພໍ່ແມ່ຜູ້ປົກຄອງ ຕ້ອງເປັນເຈົ້າການໃນການສືກສາອົບຮົມ ແລະ ຄູ້ມຄອງລູກຫຼານຂອງຕົນໃຫ້ເປັນລູກຫຼານທີດີຂອງພໍ່ແມ່ ແລະ ສັງຄົມ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ