ບ້ານ ມົກກົກຫຼວງ ແລະ ບ້ານ ພູວຽງ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ຮັບຮອງເປັນຄອບຄົວ ແລະ ບ້ານວັດທະນະທຳ.
22 May 2025 | ຂ່າວໂດຍ: ຄຳຮຸ່ງ |
ພິທີຮັບຮອງບ້ານ ມົກກົກຫຼວງ ແລະ ບ້ານ ພູວຽງ ເມືອງສຳພັນ
ແຂວງຜົ້ງສາລີ ເປັນຄອບຄົວ ແລະ ບ້ານວັດທະ
ນະທຳໃໝ່ຢ່າງເປັນທາງການ, ເຊີ່ງໄດ້ຈັດຂື້ນໃນວັນທີ່ 22 ພືດສະພາ 2025.ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສູນ ແສງເມືອງ ກຳມະການປະຈຳພັກເມືອງ-ຮອງເຈົ້າເມືອງ,ຜູ້ຊີ້ນຳວຽກງານເສດຖະກິດ,ມີທ່ານ ສົມຈິດ ວົງລີໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການຖວທ ເມືອງ,ມີທ່ານ ລໍເກຍ ລໍລີ ເລຂາພັກບ້ານ-ນາຍບ້ານ ມົກກົກຫຼວງ ແລະ ທ່ານ ວັນທອງ ສີປະເສິດ ເລຂາພັກ-ນາຍບ້ານພູວຽງ,ມີບັນດາອົງການຈັດຕັ້ງບ້ານ,ເຖົ້າແກ່ແນວໂຮມ,
ທີມງານຂອງເມືອງ ຕະຫຼອດຮອດແຂກເຊີນຈາກບ້ານໄກຄຽງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ 2 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ລໍເກຍ ລໍລີ ເລຂາພັກບ້ານ-ນາຍບ້ານ ມົກກົກຫຼວງໄດ້ຕ່າງໜ້າ 2 ບ້ານ,ຂື້ນຜ່ານບົດສະຫຼຸບການຈັດ
ຕັ້ງປະຕິບັດ ວຽກງານການກໍ່ສ້າງຄອບຄົວ ແລະ ບ້ານວັດທະນະທຳໃນໄລຍະທີ່ຜ່ານມາ ແລະ ຜ່ານທິດທາງແຜນ
ການໃນຕໍ່ໜ້າ. ບ້ານ ມົກກົກຫຼວງ ແລະ ບ້ານ ພູວຽງ ປະກອບມີ 2 ຊົນເຜົ່າ ຄື;ເຜົ່າກືມມຸ ແລະ ເຜົ່າອາຄາ,ໃນນີ້ບ້ານ ມົກກົກຫຼວງ ເປັນເຜົ່າອາຄາ 100%,ມີ 100 ຫຼັງຄາ, 114 ຄອບຄົວ,ມີພົນລະເມືອງ 715 ຄົນ.ຍີງ 351 ຄົນ.
ບ້ານ ພູວຽງ ປະກອບມີ 1 ເຜົ່າ,ຄື;ເຜົ່າກືມມຸ,ມີ 20 ຫຼັງຄາ, 24 ຄອບຄົວ,ມີພົນລະເມືອງທັງໝົດ 136 ຄົນ,ຍິງ 62 ຄົນ,ອາຊີບຕົ້ນຕໍຂອງຊາວບ້ານແມ່ນເຮັດໄຮ່,ປູກຝັງ-ລ້ຽງສັດ ໃຫຍ່-ນ້ອຍ ເປັນສິນຄ້າ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວກໍ່ຄືຂອງບ້ານ ນັບມື້ນັບໄດ້ຮັບການພັດທະນາຕາມເງື່ອນໄຂ,ໃນໜື່ງປີ ຜ່ານມາບ້ານ ມົກກົກຫຼວງ ແລະ ບ້ານ ພູວຽງ ສາມາດສ້າງລາຍຮັບລວມ ໄດ້ທັງໝົດ 7,880,000,000 ກີບ ( ເຈັດຕື້ ແປດຮ້ອຍ ແປດສີບລ້ານກີບ ).ໃນນີ້ບ້ານ ມົກກົກຫຼວງ ສ້າງລາຍຮັບໄດ້ 6.900.000.000ກີບ( ຫົກຕື້ ເກົາຮ້ອຍລ້ານກີບ) ສະເລ່ຍໃຊ້ຫົວຄົນໜືງໄດ້ 9.650.000 ກີບ/ຄົນ/ປີ,ບ້ານ ພູວຽງ ສ້າງລາຍຮັບໄດ້ 900.000.000 ກີບ, ( ເກົາຮ້ອຍລ້ານກີບ )ສະເລ່ຍໃຊ້ຫົວຄົນໜື່ງໄດ້ 9,990.000 ກີບ/ຄົນຕໍ/ປີ, ເຊີ່ງຕະຫຼອດໄລຍະຜ່ານມາ ອົງການປົກຄອງບ້ານ ໄດ້ສົມ
ທົບກັບພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຜີຍແຜ່ ເຊື່ອມຊຶມບັນດາມາດຖານເງື່ອນໄຂ ກ່ຽວກັບການກໍ່ສ້າງຄອບຄົວ ແລະ ບ້ານວັດທະນະທຳ,ປະຊາຊົນພາຍໃນບ້ານໄດ້ຮັບການເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ລະບຽບກົດ
ໝາຍຂອງລັດ ເປັນແຕ່ລະໄລຍະ ແລະ ຫັນປ່ຽນແບບແຜນການດຳລົງຊີວິດ ທີ່ມີທວງທ່າແບບປອດໃສ່ຂາວສະ
ອາດ ສ້າງໃຫ້ແຕ່ລະຄົນໃນຄອບຄົວ ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ ຮັກບ້ານເກີດເມືອງນອນຂອງຕົນ,ມີຄຸນ
ສົມບັດສິນທຳປະຕິວັດ,ມີຄວາມສາມັກຄີ,ມີຄວາມເຄົາລົບເຊີ່ງກັນ ແລະ ກັນ ຕັ້ງໜ້າອະນຸລັກມໍລະດົກວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ຢ່າງໜັ້ນຄົງ.ນອກນີ້ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເມືອງສຳພັນ ສະບັບເລກທີ່ 315/ ມສພ,ລົງວັນທີ່ 29 ຕຸລາ 2024 ວ່າດ້ວຍການມອບໃບຢັ້ງຢືນຄອບຄົວວັດທະນະທຳ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາບ້ານ ມົກກົກຫຼວງ ແລະ ບ້ານ ພູວຽງ ເປັນບ້ານວັດທະນະທຳ.ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳຈຳນວນ 167 ຄອບຄົວ,ໃຫ້ກຽດມອບໂດຍທ່ານ ສົມຈິດ ວົງລີໄຊ ກຳ
ມະການພັກເມືອງ ຫົວໜ້າຫ້ອງການ ຖະແຫຼງຂ່າວ,ວັດທະ ນະທຳ ແລະ ທ່ອງທ່ຽວເມືອງ ແລະ ກ່າວຮັບໂດຍຫົວ
ໜ້າໜ່ວຍແຕ່ລະໜ່ວຍ,ແລະ ພ້ອມທັງມອບໃບຢັ້ງຢືນບ້ານວັດທະນະທຳ,ໃຫ້ກຽດມອບໂດຍທ່ານ ສູນ ແສງເມືອງ ກຳມະການປະຈຳພັກເມືອງ- ຮອງເຈົ້າເມືອງ ແລະ ກ່າວຮັບຂອງທ່ານ ລໍເກຍ ລໍລີ ແລະ ທ່ານ ວັນທອງ ສີປະເສີດ,
ເລຂາພັກນາຍບ້ານທັງ 2 ບ້ານຢ່າງຊົມກຽດ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຮອງເຈົ້າເມືອງຍັງໄດ້ໂອ້ລົມຕໍ່ພິທີ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຊາວບ້ານຍາດມາໄດ້ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ທ່ານຍັງໄດ້ຮຽກຮອງໃຫ້ອຳນາດການປົກຄອງບ້ານ ຍົກສູງນໍ້າໃຈຮັກຊາດ,ເສີມຂະຫຍາຍມູນເຊຶ້ອເປັນເຈົ້າຕົນເອງ,ເພິງຕົນເອງ ແລະ ສ້າງຄວາມເຂັ້ມແຂງ;ດ້ວຍຕົນເອງ,ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.ສືບຕໍ່ສືກສາອົບຮົບການເມືອງ,ແນວຄິດໃຫ້ປະຊາ ຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງການປ່ຽນແປງໃໝ່ ແລະ ເຊື້ອໜັ້ນຕໍ່ການນຳພາຂອງພັກ,ການຄຸ້ມຄອງຂອງລັດ,ແລະ ເຂົ້າຮ່ວມວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບໃຫ້ກ່າຍເປັນຂອງທົ່ວປວງຊົນ,ເພຶ່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຂອງສັງຄົມ,ສຸມໃສການພັດທະນາຊັບພະຍາກນມະນຸດ,ໃຫ້ກາຍເປັນພົນລະເມຶ່ອງດີ,ມີການສຶກສາອົບຮົມໃຫ້ລູກຫຼານໄດ້ເຂົ້າໂຮງ ຮຽນ,ເຂົ້າ
ເຖິງການບໍລີການດ້ານສາທາລະນະສຸກຢ່າງທົ່ວເຖິງ,ພ້ອມນີ້ເອົາໃຈໃສ່ປົກປັກຮັກສາເສີມຂະຫຍາຍມຸນເຊຶ້ອວັດທະ
ນະທຳ ແລະ ຮິດຄອງປະເພນີອັນດີງາມຂອງເຜົ່າ,ລົບລ້າງຮິດຄອງປະເພນີ ແລະ ວັດທະນະທຳທີ່ບໍ່ສອດຄ່ອງ,ທີ່ຂັດ
ກັບແນວທາງນະໂຍບາຍຂອງພັກ-ລັດ,ນອກນີ້ເພີມທະວິຄວາມສາມັກຄີປອງດອງລະຫວ່າງຊົນຊາດ,ຊົນເຜົ່າ ແລະ ສາສະໜາ ລະຫວ່າງຄອບຄົວຕໍ່ຄອບຄົວຢູ່ພາຍໃນບ້ານ.ໃນພິທີຍັງໄດ້ລັ້ນຄອງ 9 ບາດ ແລະ ເປີດປ້າຍບ້ານວັດທະ
ນະທຳເພື່ອເປັນສີລິມຸງຄຸນອີກດ້ວຍ.
Share: