ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ-ຮັບໜ້າທີ ລະຫ່ວາງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຜົ້ງສາລີ.
ໃນຕອນເຊົ້າຂອງວັນທີ່ 29 ເດືອນພຶດສະພາ ປີ 2025 ນີ້ ຢູ່ທີ່ຫ້ອງປະຊຸມຄະນະປະຈໍາພັກເມືອງຜົ້ງສາລີ ໄດ້ຈັດໃຫ້ມີພິທີມອບ-ຮັບໜ້າທີ ລະຫ່ວາງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຜົ້ງສາລີ.ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງ ມີບັນດາຮອງເລຂາ ຄະນະປະຈຳພັກເມືອງ ກຳມະ
ການພັກເມືອງ ຮອງຫົວໜ້າຫ້ອງການໃນຂົງເຂດວັດທະນະທຳສັງຄົມ ເຂົ້າຮ່ວມ 37 ທ່ານ ຍິງ 10 ທ່ານ ໃນພິທີ ທ່ານ ນາງ ວອນມະນີ ມາລາແສງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຜົ້ງສາລີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຄຳພັນ ສຸຍະລັດ ຮອງເລຂາພັກເມືອງ ເປັນຮັກສາການປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກຳມະການປົກຄອງເມືອງໃນນີ້ໄດ້ແຕ່ງຕັ້ງທ່ານ ອານຸພາບ ສຸຈັນ ກຳມະການປະຈຳພັກເມືອງ ເປັນຮອງປະທານຄະນະກຳມະການປົກເມືອງຜົ້ງສາລີ ແລະ ຂໍ້ຕົກລົງຂອງທ່ານ ເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ຜູ້ຊື້ນຳຂົງເຂດເສດຖະກິດໃນໄດ້ແຕ່ງຕັ້ງທ່ານ ສຸພັນ ສີສົມບັດ ຄະນະປະຈຳພັກເມືອງ,ເປັນຮອງປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ ຈາກນັ້ນ ທ່ານ ຄຳພັນ ສຸຍະລັດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງຜົ້ງສາລີ ແລະ ທ່ານ ບູນທອງ ຕີ່ງສົມເຮື່ອງ ຮອງເຈົ້າເມືອງຜົ້ງສາລີ ໄດ້ຜັດປ່ຽນກັນຂື້ນຜ່ານບົດບັນ
ທຶກມອບ-ຮັບໜ້າທີໃນຕະຫຼອດໄລຍະການຊີ້ນຳໆພາວຽກງານທີພັກ ແລະ ລັດມອບໝາຍໃຫ້ ພ້ອມທັງເຊັນບົດບັນທືກມອບ ຮັບໜ້າທີຕ່າງໜ້າຮອງເລຂາພັກເມືອງປະທານກວດກາພັກ ລັດ ເມືອງຜົ້ງສາລີຜູ້ເກົ່າຂື້ນເຊັນໂດຍແມ່ນ ທ່ານ ຄຳພັນ ສຸຍະລັດ ຮອງເລຂາພັກເມືອງ ແລະ ຕ່າງໜ້າຮອງເລຂາພັກເມືອງ ປະທານກວດກາພັກ ລັດເມືອງຜົ້ງສາລີຜູ້ໃໝ່ຂື້ນເຊັນໂດຍແມ່ນ ທ່ານ ບູນເພັງ ສົມຈະເລີນ ຮອງເລຂາພັກເມືອງ ປະທານກວດກາພັກ ລັດເມືອງ ຕ່າງໜ້າຮອງເຈົ້າເມືອງຜົ້ງສາລີ ຜູ້ເກົ່າຂື້ນເຊັນມອບໂດຍແມ່ນ ທ່ານ ບູນທອງ ຕີ່ງສົມເຮື່ອງ ແລະ ຕ່າງໜ້າຮອງປະທານຄະນະກຳມະການປົກຄອງເມືອງຜົ້ງສາລີຜູ້ໃໝ່ຂື້ນເຊັນໂດຍແມ່ນ ທ່ານ ສຸພັນ ສີສົມບັດ ຄະນະປະຈຳພັກເມືອງ,ຮອງປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ໂດຍຊອງໜ້າຈາກທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງບັນດາຮອງເລຂາ ຄະນະປະຈຳພັກເມືອງ ກຳມະການພັກເມືອງ ເຂົ້າຮ່ວມເປັນສັກຄີພິຍ້ານ .