ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາ ຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

ໜ່ວຍພັກ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາ ຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

03 Jun 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |

ກອງປະຊຸມໃຫຍ່ຂອງສະມາຊີກພັກຂອງໜ່ວຍພັກ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາ ຜົ້ງສາລີ ຄັ້ງທີ II ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມີຖຸນາ 2025 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍ
ໃຕ້ການເປັນປະທານຂອງສະຫາຍ ນາງ ສຸກສາລີ ຈິດຕະວົງ ຮອງເລຂາໜ່ວຍພັກສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ
, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະຮັບຜິດຊອບກອງປະຊຸມຂັ້ນແຂວງ, ແຂກຖືກເຊີນ,ຕົວແທນ
ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊີກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ສຸກສາລີ ຈິດຕະວົງ ຮອງເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍໄດ້ສະຫຼຸບຕີລາຄາຄືນເຖິ່ງຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຮອບດ້ານຍົກໃຫ້ເຫັນດ້ານດີຜົນ ງານການນຳພາ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນເອົາໃຈແກ້ໄຂໃນຕໍ່ໜ້າ. ໜ່ວຍພັກສະຖາບັນການເງິນຈຸລະພາກພັດທະນາຜົ້ງສາລີໄດ້ຮັບການສ້າງຕັ້ງຂື້ນຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງໃນປີ 2018 ເຊິ່ງໄດ້ແຍກອອກຈາກໜ່ວຍພັກຫ້ອງວ່າການແຂວງ, ເປັນໜ່ວຍພັກເອກະລາດຂື້ນກັບຄະນະປະຈຳພັກແຂວງໂດຍກົງ ໃນການນໍາພາ-ຊີ້ນໍາທາງດ້ານການເມືອງ, ທາງດ້ານແນວຄິດ; ປະຕິບັດວຽກງານວິຊາສະເພາະພາຍໃຕ້ການຄຸ້ມ
ຄອງຂອງທະນາຄານແຫ່ງ ສປປ ລາວ ສາຂາ ພາກເໜືອແຂວງອຸດົມໄຊ ໃນປະຈຸບັນມີຄະນະໜ່ວຍພັກ 2 ສະຫາຍ ມີສະມາຊິກພັກທັງໝົດຈໍານວນ 12 ສະຫາຍຍິງ 8 ສະຫາຍ. ໄລຍະ 5 ປີຜ່ານມາຄະນະໜ່ວຍພັກໄດ້ເຄື່ອນໄຫວ ປະ
ຕິບັດໜ້າທີ່ການເມືອງຕາມພາລະບົດບາດ, ຂອບເຂດສິດ - ໜ້າທີຂອງຕົນມີການຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ແລະ ມີຜົນສໍາເລັດເປັນກ້າວໆ. ພ້ອມກັນນີ້ໄດ້ນໍາພາວຽກງານການເມືອງສອດຫ້ອຍເຂົ້າໃນທຸກການເຄື່ອນ ໄຫວ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານສາມາດຮັບຮູ້ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດກົດລະບຽບທີ່ປີ່ນອ້ອມຂອງວຽກງານສະຖາບັນ ທັງນີ້ກໍ່ເພື່ອເຮັດໃຫ້ແນວຄິດການເມືອງຂອງພະນັກງານ ມີຄວາມໜັກແໜ້ນ, ມີຄວາມເຊື່ອໜັ້ນ ແລະ ປະຕິບັດຕາມແນວທາງຂອງພັກ-ລັດ ແລະ ກົດລະບຽບພັກປະຊາຊົນປະຕິບັດວັດລາວວາງອອກ. ນອກຈາກນີ້ ກໍ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະ
ຕິບັດວຽກງານວີຊາສະເພາະຂອງສະຖາບັນ ມີຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້ຍັງໄດ້ກຳນົດທິດທາງລວມກໍ່ຄືຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າຕື່ມອີກ. ໃນກອງປະຊຸມຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມຕະ
ຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ. ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່, ພ້ອມນີ້, ບັນດາຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິ
ປະໄຕຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 4 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະພາບກັນຄັດເລືອກເອົາສະຫາຍ ນາງ ສຸກສາລີ ຈິດຕະວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງບົວແພງ ອຸດນະວົງ ເປັນຮອງເລຂາ, ສະຫາຍ ສົມຫັວງ ແກ້ວນາມ ເປັນກຳມະການໜ່ວຍພັກ ທັງເປັນປະ
ທານກວດກາ ແລະ ສະຫາຍ ນາງ ສຸນິຕ້າ ເພັງແສງຈັນ ເປັນຮອງປະທານກວດກາ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປເຂົ້າຮ່ວມກອງປະຊຸມອົງຄະນະພັກແຂວງຕື່ມອີກ.
ໃນໂອກາດທີ່ ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະ
ນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະໜຶ່ງສະໄໝທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ພ້ອມທັງເຊື່ອມຊື່ມມະຕິ, ຄຳສັັ່ງ ກົດລະບຽບຕ່າງໆ ເປັນປົກກະຕິ, ຄະນະພັກຊຸດໃໝ່ຕ້ອງເປັນເຈົ້າການໃນການຊີ້ນຳໆພາ ທຸກວຽກງານຮອບດ້ານ, ເນັ້ນໃສ່ການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງໃນໄລຍະໃໝ່, ບັນຫາສຳຄັນແມ່ນໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກການຈັດຕັ້ງປະຕິບັດວຽກງານຕ້ອງເປັນເອກະພາບກັນ ສືບຕໍ່ຈັດຕັ້ງວຽກ
ງານວີຊາສະເພາະຂອງຕົນໃຫ້ສຳເລັດ ແລະ ດີຂຶ້ນເທື່ອລະກ້າວ, ພ້ອມທັງນຳເອົາເນື້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ