ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI
02 Jun 2025 | ພາບ-ຂ່າວ: ສົມຄິດ |
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI ຂອງໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງ ແລະ ກວດກາທີ່ຂື້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 2 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກເມືອງບູນເໜືອ ໂດຍການເປັນປະທານຂອງ ສະຫາຍ ໄຊນຸພາບ ສຸຈັນ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີ,ເຂົ້າຮ່ວມມີຄະນະໜ່ວຍພັກ,ຄະນະບຸກຄະລາກອນຂັ້ນແຂວງ ຕະຫລອດຮອດສະມາຊິກພັກໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ບຸນເພັດຕັນສຸພັນ ເລຂາໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,ພ້ອມທັງເຊື່ອມຊືມເອກະສານ4ບົດ ແລະຂໍ້ຫ້າມຂອງສະມາຊິກພັກ ເປັນຕົ້ນແມ່ນຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ຍົກສູງການນຳພາ ຄວາມເປັນແບບຢ່າງນຳໜ້າຂອງພັກ,ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ເດັດດ່ຽວແກ້ໄຂປະກົດການຫໍ້ຍທໍ້ໃນຖັນແຖວພະນັກງານ- ສະມາຊີກພັກ ແລະ ໄດ້ຜ່ານຮ່າງບົດສຳຫລວດການນຳພາລວມຂອງຄະນະໜ່ວຍພັກບໍລິຫານ,ຈັດຕັ້ງແລະກວດກາ ສະໄໜທີ່ I ໄລຍະ5ປີ 2021-2025ຜ່ານມາ, ປະກອບຄຳຄິດຄຳເຫັນຕໍ່ການນຳພາລວມແລະບຸກຄົນໃນຄະນະໜ່ວຍພັກຕາມການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກ.
ຈາກນັ້ນ,ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໜັກເປັນຄະນະໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາທີ່ຂື້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີສະໄໜທີII, ແຈກຢາຍບັດ ແລະແນະນຳວິທີການຂີດບັດທາບທາມ ພ້ອມທັງດຳເນີນການປ່ອນບັດທາບທາມຕາມລະບຽບການ.
Share: