ເມືອງຂວາຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ .
03 Jun 2025 | ໂດຍ: ນ. ພວງມະນີ ວົງວິຈິດ. |
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2025 ນີ້ ທີ່ສະຫວັນຄໍາ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເມືອງຂວາ,ມີບັນດາທ່ານຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ,ໂຮງ
ໝໍ, ລັດວິສາຫະກິດ,ໂຄງການ,ພະນັກງານ-ລັດຖະກອນ, ເລຂາພັກນາຍບ້ານອ້ອມຂ້າງເທດສະບານພ້ອມດ້ວຍພໍ່
ແມ່ ນັກຮຽນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີທ່ານຄໍາໝັ້ນ ວິລະເກດ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ຈາກນັ້ນໄດ້ຮັບຟັງການເຜີຍແຜ່ຄວາມສໍາຄັນສິດທິຂອງເດັກ
ນ້ອຍຈາກທ່ານ ນ. ສີຄໍາ ສູນວິເລັດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ແລະ ໃຫ້ກຽດຂຶ້ນຜ່ານສານອວຍພອນຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ໂດຍ ທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເມືອງຂວາ ເຊິ່ງເນື້ອໃນບາງຕອນທ່ານໄດ້ກ່າວວ່າ: ເນື່ອງໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ ພວກເຮົາ ຍັງໄດ້ກຳນົດວັນທີ 01 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດ ຊອບຕໍ່ສັງຄົມ.
ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກ ໃນດ້ານຕ່າງໆ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍ ເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ ເພື່ອຮັບປະກັນວ່າ ສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ. ເນື່ອງໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ ປີ 2025 ນີ້ ຂໍໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີສຽງຍິ້ມຫົວ, ເປັນທີ່ຮັກແພງ ແລະ ໝໍ່ແໝງທຶນຮອນອັນປະເສິດ-ລໍ່າຄ່າຂອງຄອບຄົວ, ສັງຄົມ ແລະ ອະນາຄົດອັນສົດໃສຂອງປະເທດຊາດ.
ຈາກນັ້ນທາງການນໍາພັັກ-ລັດຂັ້ນເມືອງພ້ອມດ້ວຍແຂກເຊີນ ແລະ ຄະນະຮັບຜິດຊອບໄດ້ພ້ອມກັນຢອດຢາ ແລະ ສັກຢາກັນພະຍາດໃຫ້ແກ່ເດັກນ້ອຍທີ່ເຖິງອາຍຸກະສຽນດ້ວຍບັນຍາກາດອັນຟົດຟື້ນ ແລະ ໃນວັນດຽວກັນຍັງໄດ້ຮ່ວມກັນລົງປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກຕາມຂອບເຂດເທດສະບານຂອງເມືອງອີກດ້ວຍ.
Share: