ທ່ານ ຮອງເຈົ້າແຂວງຜົ້ງສາລີ ຕ້ອນຮັບການເຂົ້າພົບຂອງທີມງານສະຖາບັນການເມືອງ ແລະ ການປົກແຫ່ງຊາດ.
02 Jun 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |
ຕອນເຊົ້າຂອງວັນທີ 2 ມີຖຸນາ 2025 ນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ, ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ ໄດ້ຕ້ອນຮັບການເຂົ້າພົບຂອງທີມງານສະຖາບັນການເມືອງການປົກແຫ່ງຊາດ ເຊິ່ງນໍາໂດຍທ່ານ ທ່ານ ປອ. ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈຳການສະພາທິດສະດີສູນ
ກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາເຄື່ອນ
ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ.
ໂອກາດນີ້, ທ່ານ ປອ. ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະ
ນະໂຄສະນາອົບຮົມສູນກາງພັກ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ ໃຫ້ທ່ານຮອງເຈົ້າແຂວງຮັບຊາບ ໂດຍສະເພາະກໍ່ແມ່ນ ເພື່ອມາສໍາພາດ ແລະ ເກັບກຳຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າວິ
ທະຍາສາດ ກ່ຽວກັບການຄຸ້ມ ຄອງຈັດສັນທີ່ດິນໃຫ້ປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນຢູ່ພະ
ແນກກະສີກຳ ແລະ ປ່າໄມ້ແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ສະພາປະຊາຊົນແຂວງ ແລະ ບັນດາເມືອງຕື່ມອີກ.
ໂອກາດນີ້, ທ່ານ ຮອງເຈົ້າແຂວງຜົ້ງສາລີ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕິລາຄາສູງຕໍ່ການມາເຄື່ອນໄຫວຂອງທີມງານສະຖາບັນການເມືອງ ແລະ ການປົກແຫ່ງຊາດ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບຈຸດພິເສດ ແລະ ທີ່ຕັ້ງຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຄະນະທີມງານຮັບຊາບ ຕື່ມອີກ.
Share: