ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ຮອງເຈົ້າແຂວງ ໂອ້ລົມ ພະນັກງານສະມາຊີກພັກ-ພະນັກງານລັດຖະກອນພະແນກໂຍທາທີການ ແລະ ຂົນສົ່ງແຂວງຜົ້ງສາລີ

ທ່ານ ຮອງເຈົ້າແຂວງ ໂອ້ລົມ ພະນັກງານສະມາຊີກພັກ-ພະນັກງານລັດຖະກອນພະແນກໂຍທາທີການ ແລະ ຂົນສົ່ງແຂວງຜົ້ງສາລີ

02 Jun 2025 | ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ. |

ຕອນເຊົ້າຂອງ 2 ມີຖຸນາ 2025 ທີ່ຫ້ອງປະຊຸມພະແນກໂຍທາທີການ ແລະ ຂົນສົ່ງແຂວງຜົ້ງສາລີ ທ່ານ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຜົ້ງສາລີ ລົງໂອ້ລົມ ພະນັກງານສະມາຊີກພັກ-ພະນັກງານລັດຖະກອນ ພະແນກໂຍທາທີການ ແລະ ຂົນສົ່ງແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມມີທ່ານ ບຸນທະວີ ສໍສຸກັນ ກຳ
ມະການປະຈຳພັກ ແຂວງ, ປະທານກວດກາພັກ - ລັດແຂວງ, ທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ , ມີບັນດາຄະນະຮັບຜິດຊອບຂັ້ນແຂວງ, ຕະຫຼອດຮອດພະນັກງານສະມາຊີກພັກ-ພະ
ນັກງານລັດຖະກອນເຂົ້າຮ່ວມ.
ໂອກາດນີ້ ທ່ານ ວິສອນ ລາວເມົາ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຜົ້ງສາລີ, ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກຮາກຖານພ້ອມດ້ວຍສະມາຊີກພັກຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ພ້ອມທັງເຊື່ອມຊື່ມມະຕິ, ຄຳສັ່ງກົດລະບຽບຕ່າງໆເປັນປົກກະຕິ, ຄະນະພັກຊຸດໃໝ່ຕ້ອງເປັນເຈົ້າການໃນການຊີ້ນຳໆພາທຸກວຽກງານຮອບດ້ານ ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ ພ້ອມທັງ ສືບຕໍ່ຊີ້ນຳ-ນຳພາວຽກງານວິຊາສະເພາະໃນເງື່ອນໄຂທີ່ປະເທດຊາດກໍ່ຄືຂອງແຂວງ,ທັງນິ້ກໍ່ເພື່ອສູ້ຊົນຄາດໜາຍຂອງມະຕິກອງປະຊຸມໃຫ່ຍຄັ້ງທີ່ XI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງ 9 ຂອງແຂວງ, ທັງໄລຍະສູ້ຊົນຄາດໜາຍທີ່ສະພາປະຊາຊົນຮັບຮອງ ແລະ ມອບໃຫ້ຄະນະພັກຮາກຖານວາງຄາດໜາຍສູ້ຊົນຂອງຄະນະພັກຮາກຖານແຕ່ປີ 2025-2030 ໃຫ້ເທດເຖີງຕົວຈີງ ຕາມເງື່ອນໄຂທາງດ້ານເສດຖະ
ກິດ,ແທດເໜາະຈຸດພິເສດທີ່ຕັ້ງຂອງແຂວງຕາມຄວາມຈຳເປັນ ແລະ ຄວາມຕ້ອງການພັດທະນາປະຊາຊົນບັນດາເຜົ່າໃຫ້ນັບມື້ຫຼຸດຜົ້ນອອກຈາກຄວາມທຸກຍາກ, ສືບຕໍ່ຈັດຕັ້ງວຽກງານວີຊາສະເພາະຂອງຕົນໃຫ້ສຳເລັດ ແລະ ດີຂຶ້ນເທື່ອລະກ້າວ ພ້ອມທັງເນັ້ນໜັກຕື່ມມາດຖານເງື່ອນໄຂທີ່ສະໜັກເລືອກຕັ້ງເພື່ອບັນຈຸໃນຄະນະໜ່ວຍພັກ,ຄະນະ
ພັກຮາກຖານຕ້ອງແມ່ນບຸກຄົນທີ່ມີຄວາມຮູ້ຄວາມສະມາດຄຸນສົມບັດສີນທຳປະຕິວັດ, ມີແບບແຜນເຮັດວຽກທີ່ດີ ແລະ ເງື່ອນໄຂທາງດ້ານອາຍຸ-ສຸຂະພາບຂອງຜູ້ທີ່ຈະສະໜັກເລືອກຕັ້ງ

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ