ໜ້າຫຼັກ / ການເຄື່ອນໄຫວ / ສະຫະພັນກຳມະບານແຂວງ ຜົ້ງສາລີ ໄດ້ລົງຈັດກອງປະຊຸມທາບທາມບຸກຄະລາກອນ

ສະຫະພັນກຳມະບານແຂວງ ຜົ້ງສາລີ ໄດ້ລົງຈັດກອງປະຊຸມທາບທາມບຸກຄະລາກອນ

29 May 2025 | ພາບ-ຂ່າວ: ກຳມະບານແຂວງ |

ສະຫະພັນກຳມະບານແຂວງ ຜົ້ງສາລີ ໄດ້ລົງຈັດກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ຮອບທີ 1 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2025 ຢູ່ທີ່ສະໂມສອນຫ້ອງວ່າການເມືອງສຳພັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ໃຫ້ກຽດເຂົ້າຮວ່ມມີສະຫາຍ ທອງຕື ເກຍສະບົງ ເລຂາພັກເມືອງ ເຈົ້າເມືອງສຳພັນ, ມີບັນດາທີມງານຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ຄະນະບໍລິຫານງານສະຫະພັນກຳມະບານເມືອງໃຫມ່ ແລະ ຄະນະປະທານກຳມະ ບານຮາກຖານອ້ອມຂ້າງເທດສະບານເມືອງສຳພັນ ເຂົ້າຮ່ວມທາບທາມທັງຫມົດຈຳນວນ 56 ສະຫາຍ, ຍິງ 38 ສະຫາຍ, ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ ເຫັນວ່າຜູ້ເຂົ້າຮ່ວມມີຄວາມຮັບຜິດສູງໃນການລົງຄະແນນສຽງເພື່ອຄັດເລືອກເອົາຄະນະບໍລິຫານງານຊຸດທີ 9 ຂອງສະຫະພັນກຳມະບານແຂວງຜົ້ງສາລີ ແລະ ຜ່ານການທາບທາມເຫັນວ່າບໍ່ມີບັດຕາຍ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ໜ່ວຍພັກ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາ ຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

  • 03 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

...

ອ່ານເພີ່ມ

ເມືອງຂວາຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ .

  • 03 Jun 2025
  • ໂດຍ: ນ. ພວງມະນີ ວົງວິຈິດ.

...

ອ່ານເພີ່ມ

ການເມືອງ

ທ່ານ ຮອງເຈົ້າແຂວງຜົ້ງສາລີ ຕ້ອນຮັບການເຂົ້າພົບຂອງທີມງານສະຖາບັນການເມືອງ ແລະ ການປົກແຫ່ງຊາດ.

  • 02 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ຕອນເຊົ້າຂອງວັນທີ 2 ມີຖຸນາ 2025 ນີ້...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI

  • 02 Jun 2025
  • ພາບ-ຂ່າວ: ສົມຄິດ

...

ອ່ານເພີ່ມ