ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2025
ນີ້ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີ ພິທີ ປະກາດ ແຕ່ງຕັ້ງຮັກສາການ ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ມອບຮັບວຽກງານລະຫວ່າງຮອງເຈົ້າເມືອງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນຢ່າງເປັນທາງການນະທີສະໂມສອນໃຫ່ຍຂອງເມືອງຫຼັງເກົ່າ.
ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສິງ ອິນທະແສງ ເລຂາພັກເມືອງ ເຈົ້າເມືອງ-ບຸນໃຕ້, ເຂົ້າຮ່ວມມີບັນດາທ່ານ ກໍາມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານແນວລາວສ້າງຊາດ, ປະທານອົງການຈັດຕັ້ງມະຫາຊົນ, ອໍານວຍການໂຮງຮຽນ-ໂຮງໝໍ, ເລຂາຄະນະພັກຮາກຖານກຸ່ມ, ສອງກໍາລັງ ປກສ-ປກຊ, ຕະຫຼອດຮອດ ຫົວໜ້າໜ່ວຍງານ, ເຂົ້າຮ່ວມ.
ໃນພິທີຄະນະຈັດຕັ້ງໄດ້ສະເໜີຈຸດປະສົງ, ພ້ອມທັງຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮັກສາການແທນປະທານ
- ຮອງປະທານຄະນະກໍາມະການປົກຄອງເມືອງ, ສະບັບເລກທີ 430, 431, 432/ຂຜລ ລົງວັນທີ 16 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ. ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ຄໍາຫຼ້າ ດວງມະໄລ ຮອງເລຂາພັກເມືອງ ເປັນຮັກສາການ ປະທານຄະນະກໍາມະການປົກຄອງເມືອງ,ເມືອງບຸນໃຕ້,ແຕ່ງ
ຕັ້ງທ່ານ ສົມລິດ ໄຊຍະຈິດ ກໍາມະການປະຈໍາພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງເມືອງບຸນໃຕ້, ຜູ້ຊີ້ນໍາວຽກງານຂົງເຂດ ວັດທະນະທໍາ-ສັງຄົມ, ແຕ່ງຕັ້ງ ທ່ານ ນາງ ຂັນຫຼ້າ ເພັດໄຊຄຸນ ກໍາມະການປະຈໍາພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງເມືອງ, ຊີ້ນໍາວຽກງານຂົງເຂດເສດຖະກິດ. ຈາກນັ້ນ, ໃນພິທີຍັງໄດ້ຜ່ານບົດບັນທຶກມອບ-ຮັບວຽກລະຫວ່າງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດ ວັດທະນະທໍາ-ສັງຄົມ ແລະ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມທັງເຊັ່ນບົດບັນທຶກມອບ-ຮັບວຽກດັ່ງກ່າວ ເຊັ່ນໂດຍທ່ານ ຄໍາຫຼ້າ ດວງມະໄລ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມຜູ້ເກົ່າ ແລະ ເຊັນຮັບໂດຍທ່ານ ສົມລິດ ໄຊຍະຈິດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ຜູ້ໃໝ່ ໂດຍຊ່ອງໜ້າຈາກ ທ່ານ ທອງສິງ ອິນທະແສງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ບຸນໃຕ້, ພ້ອມດ້ວຍຄະນະພັກເມືອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ທອງສິງ ອິນທະແສງ ເລຂາພັກເມືອງເຈົ້າເມືອງ-ບຸນໃຕ້ໄດ້ມີຄໍາເຫັນ ແລະ ເນັ້ນໜັກບາງບັນຫາຕໍ່ກັບບັນດາທ່ານທີ່ໄດ້ຮັບຕໍາແໜງ ແລະ ໜ້າທີ່ໃໝ່, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ພາຍໃນເມືອງ. ຕ້ອງເພີ່ມທະວີ ແລະ ເປັນເຈົ້າການຍົກສູງຄຸນທາດການເມືອງ ໃຫ້ໜັກແໜ້ນ, ບໍ່ຄອນແຄນຕໍ່ສະພາບການໃດໆ, ສືບຕໍ່ຮຽນຮູ້ ແລະ ສຶກສາ, ຄົ້ນຄວ້າ ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ຫຼາຍກວ່າເກົ່າ, ເປັນເຈົ້າການ ໃນການປັບປຸງແບບແຜນນຳພາ ແລະ ແບບແຜນວິທີເຮັດວຽກໄປຕາມຫຼັກ
ການຂອງພັກ ແລະ ຕາມເງື່ອນໄຂສະພາບຕົວຈິງຂອງຂະແໜງການ ໂດຍການໝູນໃຊ້ກາລະໂອກາດທີ່ຖຶກຕ້ອງ, ມີຄວາມອົດທົນ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານ-ລັດຖະກອນ, ເພີ່ມທະວີ ຄວາມສາ
ມັກຄີພາຍໃນໝູ່ຄະນະ ໃຫ້ແໜ້ນແຟ້ນ ເພື່ອຍາດແຍ່ງຄວາມຮູ້, ຄວາມສາມາດ ແລະ ບົດຮຽນປະສົບການຈາກໝູ່ເພື່ອນ ເພື່ອນຳເອົາຄວາມຮູ້, ຄວາມສາມາດ, ບົດຮຽນດັ່ງກ່າວໄປປະກອບສ່ວນເຂົ້າໃນການຊີ້ນຳ-ນຳພາວຽກ
ງານທີ່ຕົນຮັບຜິດຊອບ, ພາຍຫຼັງໄດ້ຮັບການແຕ່ງຕັ້ງ ແລະ ປະກາດຢ່າງເປັນທາງການແລ້ວ ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມ ຕໍ່ໜ້າທີ່ວຽກງານໃໝ່ ເພື່ອຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ ຕາມການມອບໝາຍຈາກໝູ່
ຄະນະ, ໄປພ້ອມກັບການເພີ່ມທະວີເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກໃຫ້ແໜ້ນແຟ້ນ ແລະ ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມພິທີ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງໃຫ້ໜັກແໜ້ນ, ເພີ່ມທະວີນໍ້າໃຈເສຍສະຫຼະ, ເປັນແບບຢ່າງທີ່ດີໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕົນຮັບຜິດ
ຊອບ ໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.