ໜ້າຫຼັກ / ການເຄື່ອນໄຫວ / ຄະນະຜູ້ແທນເເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງແຂວງຜົ້ງສາລີ​ຢ້ຽມຢາມ​ແລະ​ເຮັດວຽກຢູ່ແຂວງຢຸນນານ ສປ ຈີນ

ຄະນະຜູ້ແທນເເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງແຂວງຜົ້ງສາລີ​ຢ້ຽມຢາມ​ແລະ​ເຮັດວຽກຢູ່ແຂວງຢຸນນານ ສປ ຈີນ

31 May 2025 | ນັກຂ່າວ: ພະແນກແຜນການ ແລະ ການລົງທຶນແຂວງ |

ໃນລະຫວ່າງວັນທີ 27-31 ພຶດສະພາ 2025 ຄະນະຜູ້ແທນການນໍາແຂວງ 3 ແຂວງພາກເໜືອລາວ ຜົ້ງສາລີ, ຫຼວງນໍ້າທາ ແລະ ອຸດົມໄຊ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຢຸນນານ ແຫ່ງ ສປ ຈີນ. ຊຶ່ງຕ່າງໜ້າການນໍາແຂວງຜົ້ງສາລີ ນໍາໂດຍ ທ່ານ ທອງສຸກ ເປົາສຸລີ ກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມດ້ວຍຄະນະ.
ຈຸດປະສົງໃນການໄປເຄື່ອນໄຫວຢ້ຽມຢາມຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ແຜນແມ່ບົດຮ່ວມມືພັດທະນາ ເສດຖະກິດ-ສັງຄົມ ເພື່ອຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ລະຫວ່າງ ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ແຫ່ງ ສປປ ລາວ ກັບ ແຂວງຢຸນນານ ແຫ່ງ ສປ ຈີນ ( ປີ 2025-2027) ທີ່ການນໍາ 04 ແຂວງໄດ້ລົງນາມຮ່ວມກັນ.
ໂອກາດໄປເຄື່ອນໄຫວຢ້ຽມຢາມແຂວງຢຸນນານໃນຄັ້ງນີ້ ຄະນະຜູ້ແທນ 3 ແຂວງພາກເໜືອລາວ ຍັງໄດ້ໄປຢ້ຽມຢາມ ນະຄອນເຈົາຖົງ, ແຂວງຢຸນນານ ແຫ່ງ ສປ ຈີນ ແລະ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນມິດຕະພາບ ລະຫວ່າງ ນະຄອນເຈົາຖົງ ແຂວງຢຸນນານ ແຫ່ງ ສປ ຈີນ ກັບ ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ແຫ່ງ ສປປລາວ. ຊຶ່ງຕາງໜ້າຝ່າຍ ນະຄອນເຈົາຖົງ ນໍາໂດຍ ທ່ານ ເສິນກ່າງ ຮອງປະທານຄະນະປະຈໍາສະພາປະຊາຊົນ ນະຄອນເຈົາຖົງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​ ໃນກອງປະຊຸມດັ່ງກ່າວຕ່າງໜ້າຫົວໜ້າຄະນະຜູ້ແທນແຕ່ລະຝ່າຍໄດ້ລາຍງານສະພາບທີ່ຕັ້ງ, ພູມສັນຖານ, ຈຸດພິເສດທ່າແຮງໃນການພັດທະນາ ແລະ ບົດຮຽນປະສົບການໃນການແກ້ໄຂຄວາມທຸກຍາກໃຫ້ກັນຊາບ, ທ່ານ ເສິນກ່າງ ຮອງປະທານຄະນະປະຈໍາສະພາປະຊາຊົນ ນະຄອນເຈົາຖົງ ໃຫ້ຮູ້ວ່າ ນະຄອນເຈົາຖົງເປັນນະຄອນທີ່ມີຄວາມທຸກຍາກ ແລະ ສິ່ງທ້າທາຍຫຼາຍດ້ານໃນການພັດທະນາ, ແຕ່ຍ້ອນການໃຫ້ຄວາມສໍາຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຂອງສູນກາງພັກ ກອມມູນິດຈີນ ແລະ ການເອົາໃຈໃສ່ຢ່າງເດັດຂາດຕໍ່ຄາດໜາຍສູ້ຊົນຂອງອົງການປົກຄອງແຂວງຢຸນນານກໍ່ຄື ອົງການປົກຄອງ ນະຄອນເຈົາຖົງ, ບັນດາເມືອງ ແລະ ການໃຫ້ຄວາມຮ່ວມໄມ້ຮ່ວມມືຈາກປະຊາຊົນພາຍໃນ ນະຄອນເຈົາຖົງ ຈຶ່ງເຮັດໃຫ້ເສດຖະກິດ-ສັງຄົມ ມີການພັດທະນາທີ່ດີຂື້ນເທື່ອລະກ້າວ ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຮັ່ງມີເຂັ້ມແຂງ ແລະ ສາມາດຫຼຸດຜ່ອນອອກຈາກຄວາມທຸກຍາກໄດ້ຢ່າງສິ້ນເຊິງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ໜ່ວຍພັກ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາ ຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

  • 03 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

...

ອ່ານເພີ່ມ

ເມືອງຂວາຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ .

  • 03 Jun 2025
  • ໂດຍ: ນ. ພວງມະນີ ວົງວິຈິດ.

...

ອ່ານເພີ່ມ

ການເມືອງ

ທ່ານ ຮອງເຈົ້າແຂວງຜົ້ງສາລີ ຕ້ອນຮັບການເຂົ້າພົບຂອງທີມງານສະຖາບັນການເມືອງ ແລະ ການປົກແຫ່ງຊາດ.

  • 02 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ຕອນເຊົ້າຂອງວັນທີ 2 ມີຖຸນາ 2025 ນີ້...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI

  • 02 Jun 2025
  • ພາບ-ຂ່າວ: ສົມຄິດ

...

ອ່ານເພີ່ມ