ໜ່ວຍພັກ ສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VIII
27 May 2025 | ພາບ-ຂ່າວໂດຍ: ໄທພອນ ມະນີຈັນ |
ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ສໍາເລັດຢ່າງເປັນທາງການ ໃນວັນທີ 27 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະ
ແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ອຸ່ນຄໍາ ແສງອິນແກ້ວ ເລຂາໜ່ວຍພັກສູນການສຶກສານອກໂຮງ
ຮຽນ ແຂວງຜົ້ງສາລີ, ມີຄະນະອະນຸກໍາມະການດໍາເນີນກອງປະຊຸມບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກອ້ອມຂ້າງທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ແຂກຮັບເຊີນຈາກພາກສ່ວນຕ່າງໆ ຕະຫຼອດຮອດສະຫາຍສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກຂອງຕົນເຂົ້າຮ່ວມລວມທັງໝົດ 40, ຍິງ 12 ສະຫາຍ.
ໜ່ວຍພັກ ສູນການສຶກສານອກໂຮງຮຽນແຂວງ ແມ່ນໜຶ່ງໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ປະກອບມີຄະນະໜ່ວຍພັກ 03 ສະຫາຍ, ຍິງ 01 ສະຫາຍ; ມີສະມາຊິກພັກທັງໝົດ 34 ສະຫາຍ, ຍິງ 11 ສະຫາຍ, ສໍາຮອງ 2 ສະຫາຍ, ຍິງ 0 ສະຫາຍ.
ໃນພິທີ ຄະນະອະນຸກໍາມະການບຸກຄະລາກອນຂັ້ນແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ ສູນການສຶກສານອກໂຮງຮຽນ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 538/ຄພຂ, ຜົ້ງສາລີ, ລົງວັນທີ 23 ພຶດສະພາ 2025.
ຈາກນັ້ນ ສະຫາຍ ອຸ່ນຄໍາ ແສງອິນແກ້ວ ເລຂາໜ່ວຍພັກສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ 2 ພາກຂອງໜ່ວຍພັກ ໃນໄລຍະ 5 ປີ (2021 - 2025), ຜ່ານມາຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນສຳ
ຄັນ, ນຳເອົາແນວທາງຂອງພັກ, ນະໂຍບາຍຂອງລັດ, ລະບຽບ, ກົດໝາຍ, ນິຕິກຳ ເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກເປັນປົກກະຕິ ເຮັດໃຫ້ສະມາຊິກພັກມີແນວຄິດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະ; ສະມາຊິກພັກທຸກສະຫາຍໄດ້ເອົາໃຈໃສ່ແຕ່ງບົດສອນກ່ອນຂຶ້ນຫ້ອງສອນຖ່າຍທອດຄວາມຮູ້ໃຫ້ນັກຮຽນ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ; ຊຸກຍູ້ສະມາຊິກເຄື່ອນໄຫວໃນວຽກງານອົງການຈັດຕັ້ງມະຫາຊົນເປັນປົກກະຕິ ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ 19 ສະຫາຍ, ຍິງ 0 ສະຫາຍ, ຮຽນກົດລະບຽບພັກ 07 ສະຫາຍ, ຍິງ 0 ສະຫາຍ, ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 08 ສະຫາຍ, ຍິງ 04 ສະຫາຍ, ສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ 07 ສະຫາຍ, ຍິງ 03 ສະຫາຍ;ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນໂຮງຮຽນ; ຕັ້ງໜ້າກໍ່ສ້າງພະນັກງານ-ລັດຖະກອນຢ່າງຕັ້ງໜ້າ. ພ້ອມນີ້ ສະຫາຍຍັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຖອດໄດ້ບາງບົດຮຽນ. ສໍາລັບທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມຕ້ອງໄດ້ນໍາພາ-ຊີ້ນໍາ ໃນຊຸມປີຕໍ່ໜ້າ ໄລຍະປີ 2026 - 2030 ໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ທາງໜ່ວຍພັກຈະສຸມໃສ່ຈັດຕັ້ງຜັນຂະຫຍາຍນະໂຍບາຍພັດທະນາວຽກງາານສຶກສາທິການ ແລະ ກິລາ ໃຫ້ມີຄວາມທັນສະໄໝ ແລະ ມີຄຸນນະພາບສູງຂຶ້ນ. ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ ແນໃສ່ການສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທີ່ມີຄຸນນະພາບຕາມທິດຊີ້ນໍາຂອງຄະນະພັກຂັ້ນເທິງໃຫ້ຕໍ່ເນື່ອງກັນໃນແຕ່ລະປີ.
ໃນກອງປະຊຸມ ຄະນະໜ່ວຍພັກຊຸດເກົ່າໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມ ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນ ແລະ ພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ. ພ້ອມນັ້ນ ຄະນະພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່. ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາ
ທິປະໄຕຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 05 ສະຫາຍ, ຍິງ 03 ສະຫາຍ.
ຜ່ານການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງຮັບຮອງເອົາຄະນະໜ່ວຍພັກສູນການສຶກສານອກໂຮງຮຽນແຂວງ ຊຸດໃໝ່ ສະໄໝທີ VIII ປະກອບມີ: ສະຫາຍ ອຸ່ນຄໍາ ແສງອິນແກ້ວ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ຈັນທອນ ຈັນທະວີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ແກ້ວມະນີ ສຸກແສນຍະລາດ ເປັນກໍາມະການທັງເປັນປະ
ທານກວດກາ ແລະ ສະຫາຍ ນາງ ຈັນສະໄໝ ແກ້ວປະເສີດ ເປັນຮອງປະທານກວດກາ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງຜົ້ງສາລີ, ຮອງຫົວໜ້າອະນຸກໍາມະການບຸກຄະລາກອນຂັ້ນແຂວງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ, ເຊິ່ງສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກໃນໄລຍະໜຶ່ງສະໄໝທີ່ຜ່ານມາ, ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ໃນແຕ່ລະດ້ານ ເຊິ່ງສະຫາຍຮຽກຮ້ອງມາຍັງ ຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ບຸກທະລຸປັບປຸງແກ້ໄຂວຽກງານຮອບດ້ານ, ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງເນັ້ນໜັກໃຫ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ເຊື່ອມຊຶມມະຕິ, ຄໍາສັ່ງ ກົດລະບຽບຕ່າງໆເປັນປົກກະຕິ ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປຶກແຜ່ນ ເປັນເຈົ້າ
ການປະກອບສ່ວນພັດທະນາວຽກງານສຶກສາ ແລະ ກິລາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີຄວາມທັນສະໄໝເປັນກໍາລັງແຮງຍູ້ໜູນເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
Share: