ກອງປະຊຸມແຮກສ່ຽວລະຫວ່າງ ກອງຮ້ອຍທະຫານຊາຍແດນ 119 ທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ
26 May 2025 | ຂ່າວ: ທອງສຸກ ຈັນຖະໜອມ |
ກອງປະຊຸມແຮກສ່ຽວລະຫວ່າງ ກອງຮ້ອຍທະຫານຊາຍແດນ 119 ທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ກັບ ຄ້າຍທະຫານຊາຍແດນປ່າເທີມ, ຄ້າຍທະຫານຊາຍແດນແທງລວງ ແລະ ຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ ກອງບັນຊາການທະຫານຊາຍແດນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ.
ເພື່ອເປັນການເສີ່ມຂະຫຍາຍສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ-ສອງລັດ,ປະຊາຊົນສອງຊາດ ແລະ ສອງກອງທັບລາວ-ຫວຽດນາມ, ເວົ້າລວມເວົ້າສະເພາະກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ກັບກອງບັນຊາການທະຫານຊາຍແດນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ກໍ່ຄືກອງຮ້ອຍທະຫານຊາຍແດນກັບຄ້າຍທະຫານຊາຍແດນຂອງສອງປະເທດໃຫ້ມີຄວາມສາມັກຄີເປັນເອກະພາບ, ພ້ອມກັນຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນວັນທີ 26 ພຶດສະພາ 2025 ທີ່ຜ່ານມາ, ກອງຮ້ອຍທະຫານຊາຍແດນ 119 ທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ໄດ້ຈັດກອງປະຊຸມແຮກສ່ຽວລະຫວ່າງ ຄ້າຍທະຫານຊາຍແດນປ່າເທີມ, ຄ້າຍທະຫານຊາຍແດນແທງລວງ ແລະ ຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ ກອງບັນຊາການທະຫານຊາຍແດນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ, ຢູ່ທີ່ຄ້າຍທະຫານຊາຍແດນປ່າເທີມ ເປັນເຈົ້າພາບ, ຝ່າຍລາວນໍາໂດຍ ສະຫາຍ ຮ້ອຍເອກ ງາ ຕະມອງ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 119 ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ເປັນຫົວໜ້າຄະນະ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພັນໂທ ເປີແບັກ ກວນ ຫົວໜ້າຄ້າຍທະຫານປ່າເທີມ ກອງບັນຊາການທະຫານຊາຍແດນແຂວງດ່ຽນບຽນ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນສອງຝ່າຍຈາກ 4 ກົມກອງເຂົ້າຮ່ວມ.
ໃນກອງປະຊຸມຄະນະຜູ້ແທນສອງຝ່າຍໄດ້ລາຍງານສະພາບຈຸດພິເສດ, ຂອບເຂດຂອງກົມກອງຮັບຜິດຊອບ, ໂດຍສະເພາະແມ່ນການເຄື່ອນໄຫວປະຕິບັດໜ້າທີ່ຢູ່ຂອບເຂດກົມກອງຮັບຜິດຊອບຢູ່ລຽບຕາມຊາຍແດນຂອງສອງຝ່າຍໃນໄລຍະຜ່ານມາ, ສະພາບປະຊາຊົນແມ່ນມີຄວາມຕື່ນຕົວປະຕິບັດກົດໝາຍລະຫວ່າງຊາດ, ການໄປມາຫາສູ່, ການຂ້າຂາຍແມ່ນຖືກຕ້ອງຕາມລະບຽບກົດໝາຍຂອງສອງຊາດ, ສະພາບກົມກອງພະນັກງານ-ນັກຮົບທີ່ປະຈໍາການຢູ່ຊາຍແດນແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນທີ່ກົມກອງຕັ້ງທັບ ເພື່ອອໍານວຍຄວາມສະດວກໃນການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບຕາມບໍລິເວຊາຍແດນ ເພື່ອເຮັດໃຫ້ເປັນຊາຍແດນທີ່ມີສັນຕິພາບ, ມິດຕະພາບ ແລະ ການຮ່ວມມືແບບພິເສດໃຫ້ນັບມື້ຈະເລີນງອກງາມ, ໃນກອງປະຊຸມໄດ້ຜ່ານກົດລະ
ບຽບໃນການແຮກສ່ຽວລະຫວ່າງກົມກອງຕໍ່ກົມກອງ ແລະ ພ້ອມທັງເຊັນບົດບັນທຶກຊ່ວຍຈໍາຂອງສອງຝ່າຍຕື່ມອີກ.
Share: