ໜ້າຫຼັກ / ການເຄື່ອນໄຫວ / ໝ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາ ພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI

ໝ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາ ພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີI

02 Jun 2025 | ຂ່າວ: ສົມຄິດ |

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ທີII ແລະ ທາບທາມບຸກຄະລາກອນທີຈະສະໜັກຄະນະໜ່ວຍພັກ ສະໄໜທີIIIຮອບທີI ຂອງໝ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາ ທີ່ຂື້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 2 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງ
ການສາທາລະນະສຸກເມືອງບູນເໜືອ ໂດຍການເປັນປະທານຂອງ ສະຫາຍ ໄຊນຸພາບ ສຸຈັນ ເລຂາຄະນະພັກຮາກ
ຖານ,ຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີ,ເຂົ້າຮ່ວມມີຄະນະໜ່ວຍພັກ,ຄະນະບຸກຄະລາກອນຂັ້ນແຂວງ ຕະຫລອດຮອດສະມາຊິກພັກໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພອນໄຊຕຸລາພັນ ເລຂາໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ພ້ອມນີ້ສະຫາຍ ໄຊນຸພາບ ສຸຈັນ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີໄດ້ເຊື່ອມຊືມເອກະສານ4ບົດ ແລະ ຂໍ້ຫ້າມຂອງສະມາຊິກພັກ ເປັນຕົ້ນແມ່ນຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ຍົກສູງການນຳພາ ຄວາມເປັນແບບຢ່າງນຳໜ້າຂອງພັກ,ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ເດັດດ່ຽວແກ້ໄຂປະກົດການຫໍ້ຍທໍ້ໃນຖັນແຖວພະນັກງານ- ສະມາຊີກພັກ ແລະຜ່ານຮ່າງບົດສຳຫລວດການນຳພາລວມຂອງຄະນະໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາສະໄໜທີ່II ໄລຍະ5ປີ 2021-2025
ຜ່ານມາ, ປະກອບຄຳຄິດຄຳເຫັນຕໍ່ການນຳພາລວມແລະບຸກຄົນໃນຄະນະໜ່ວຍພັກຕາມການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກ.
ຈາກນັ້ນ,ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໜັກເປັນຄະນະໜ່ວຍພັກອະນາໄມແລະສົ່ງເສີມສຸຂະພາບ-ອາຫານແລະຢາ ທີ່ຂື້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີສະໄໜທີIII, ແຈກຢາຍບັດ ແລະແນະນຳວິທີການຂີດບັດທາບທາມ ພ້ອມທັງດຳເນີນການປ່ອນບັດທາບທາມຕາມລະບຽບການ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ