ມອບ - ຮັບໜ້າທີ່ລະຫວ່າງ ລະຫ່ວາງຫົວໜ້າອົງການກາແດງແຂວງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່.
02 Jun 2025 | ພາບ-ຂ່າວ: ຍິນໄຊ ສີບຸນເຮືອງ |
ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 2 ມິຖຸນາ ປີ 2025
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ,ມີ ທ່ານ ນາງ ບົວໄຂ ແກ້ວວິພາກອນ ຫົວໜ້າອົງການກາແດງແຂວງ ຜູ້ເກົ່າ ແລະ ທ່ານ ຄຳເປື່ອງ ເມືອງໄຊ ຫົວໜ້າອົງການກາແດງແຂວງຜູ້ໃໝ່ເຂົ້າ
ຮ່ວມມີບັນດາ ທ່ານ ຫົວໜ້າຂະແໜງ,ຮອງຂະແໜງ ຕະຫລອດຮອດພະນັກງານລັດຖະກອນພາຍໃນອົງການກາງເຂົ້າຮ່ວມ.
ໃນພິທີຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງ ຈາກນັ້ນ ທ່ານ ນາງ ບົວໄຂ ແກ້ວວິພາກອນ ຫົວໜ້າອົງການກາແຮງແຂວງ ຜູ້ເກົ່າ ກໍ່ໄດ້ຂື້ນລາຍງານສະພາບລວມ ເປັນຕົ້ນແມ່ນ ໂຄງປະກອບກົງຈັກການຈັດຕັັງ,ສະຫຼຸບການຈັດຕັ້ງປະຕິບັດວຽກງານຊີນຳ - ນຳພາ ໃນຕະຫຼອດໄລຍະທີຜ່ານມາ ເຊິ່ງໃນນີ້ ທ່ານ ໄດ້ຍົກໃຫ້ເຫັນ ຜົນງານ ຈຸດດີ,ຈຸດອ່ອນ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ ຈາກນັ້ນກໍ່ໄດ້ພ້ອມກັນເຊັນບົດບັນທຶກມອບ - ຮັບວຽກ ລະຫ່ວາງຫົວໜ້າອົງການກາແດງແຂວງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ ໂດຍຊ່ອງໜ້າຈາກ ທ່ານ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ພ້ອມຄະນະ ແລະ ພະນັກງານລັດຖະກອນພາຍໃນອົງການກາແດງແຂວງເຂົ້າຮ່ວມເປັນສັກຂີພິຍານ.ໂອກາດທີມີຄວາມໝາຍຄວາມສຳຄັນນີ້ ປະທານ ພິທີໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ພິທີ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຫົວໜ້າຜູ້ເກົ່າ ທີໄດ້ອຸດທິເຫື່ອແຮງ,ສະຕິປັນຍາເພືອປະກອບສວນເຂົ້າໃນການຈັດຕັ້ງປະຕິບັດວຽກງານອົງການກາແດງແຂວງໃນຕະຫຼອດໄລຍະທີຜ່ານມາ,ພ້ອມນີ້ກໍ່ຍັງໄດ້ຮຽກຮ້ອງໃຫ້ຫົວໜ້າອົງການກາແດງແຂວງຜູ້ໃໝ່ຈົ່ງສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານງານອົງການກາແດງແຂວງໃຫ້ມີປະສິທິພາບ ແລະ ປະສິດທິຜົນສູງ.
Share: